ອາເມລິກາ ແລະ ຫວຽດນາມ ສົມທົບກັນແກ້ໄຂບັນດາບັນຫາດ້ານການຄ້າ ຜ່ານການປຶກສາຫາລື ແລະ ຮ່ວມມື

(VOVWORLD) - ວັນທີ 08 ມັງກອນ, ໜັງສືພິມ Inside Trade ຂອງ ອາເມລິກາ ມີບົດຂຽນດ້ວຍຫົວຂໍ້ວ່າ “ອາເມລິກາ ແລະ ຫວຽດນາມ ພວມຮ່ວມມືຢ່າງແໜ້ນແຟ້ນ ເພື່ອຫຼີກລ້ຽງບັນດາມາດຕະການຈັດວາງອັດຕາພາສີຈາກການສືບສວນ 301”. 

ບົດຂຽນເນັ້ນໜັກວ່າ 2 ຝ່າຍພວມສົມທົບກັນຢ່າງແໜ້ນແຟ້ນ ແນໃສ່ແກ້ໄຂບັນດາບັນຫາດ້ານການຄ້າ ໂດຍຜ່ານການປຶກສາຫາລື ແລະ ການຮ່ວມມື. ຫວ່າງແລ້ວນີ້, 2 ຝ່າຍໄດ້ມີການໂອ້ລົມທາງໂທລະສັບຂັ້ນສູງ ດ້ວຍການບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ເລື່ອງຈັດວາງອັດຕາພາສີບໍ່ແມ່ນການເລືອກເຟັ້ນທີ່ດີ ໃຫ້ທັງ ຫວຽດນາມ ແລະ ອາເມລິກາ, ກໍ່ຄືການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 07 ມັງກອນ, ວິສາຫະກິດກ່ວາ 150 ແຫ່ງ (ໃນນັ້ນມີບັນດາບໍລິສັດໃຫຍ່ຄື: Tory Burch, ALDO, Puma, Samsung, LG,…) ແລະ ເກືອບ 50 ສະຫະສະມາຄົມ ພ້ອມກັນສົ່ງຈົດໝາຍເຖິງທ່ານປະທານາທິບໍດີ Donal Trump ເພື່ອສະເໜີບໍ່ໃຫ້ຈັດວາງອັດຕາພາສີຕໍ່ ຫວຽດນາມ. ບັນດາວິສາຫະກິດກັງວົນວ່າ ຈະມີກ່ວາ 50% ປະລິມານສິນຄ້າຕ່ຳແຜ່ນຕັດຫຍິບ, ເກີບໜັງ ແລະ ສິນຄ້າທີ່ເປັນເຄື່ອງອາໄຫຼ່ກ່ວາ 75% ທີ່ນຳເຂົ້າ ອາເມລິກາ ຈະຖືກຈັດວາງອັດຕາພາສີແຕ່  25-50% ຖ້າຫາກອຳນາດການປົກຄອງຂອງ ອາເມລິກາ ຈັດວາງອັດຕາພາສີຕໍ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ