ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

(VOVWORLD) - ລັດຖະບານ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອງົບປະມານ 300 ລ້ານ USD ເພື່ອຟື້ນຟູສິ່ງແວດລ້ອມໃຫ້ສະໜາມບິນ ແລະ ບັນດາເຂດອ້ອມຂ້າງ ແລະ ຄາດວ່າຈະສຳເລັດໃນຮອບເວລາ 10 ປີ.

ວັນທີ 05 ທັນວາ, ອົງການພັດທະນາສາກົນ ອາເມລິກາ (USAID), ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສູນເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET) ຈັດຕັ້ງພິທີລົງມືກໍ່ສ້າງໂຄງການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ແລະ ເຊັນຂໍ້ຕົກລົງຜັນຂະຫຍາຍໂຄງການໜູນຊ່ວຍຄົນພິການທີ່ມີມູນຄ່າ 65 ລ້ານ USD.

ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ - ảnh 1 ພິທີລົງມືກໍ່ສ້າງໂຄງການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ 

        ກ່ອນໜ້ານັ້ນ, ເຫຼົ່າທັປ້ອງກັນອາກາດ-ກອງທັບອາກາດໄດ້ມອບເນື້ອທີ່ດິນ 37 ເຮັກຕາຢູ່ທາງທິດຕາເວັນຕົກສະໜາມບິນໃຫ້ USAID ເພື່ອເລີ່ມຕົ້ນປະຕິບັດບັນດາການເຄື່ອນໄຫວໃນຂອບເຂດຂອງໂຄງການແກ້ໄຂມົນລະພິດດີໂອຊີນເຂດສະໜາມບິນ ບຽນຮ່ວາ. ລັດຖະບານ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອງົບປະມານ 300 ລ້ານ USD ເພື່ອຟື້ນຟູສິ່ງແວດລ້ອມໃຫ້ສະໜາມບິນ ແລະ ບັນດາເຂດອ້ອມຂ້າງ ແລະ ຄາດວ່າຈະສຳເລັດໃນຮອບເວລາ 10 ປີ.

        ແລະກໍ່ໃນວັນດຽວກັນ, USAID ກໍ່ເຊັນຂໍ້ຕົກລົງກັບ NACCET ກ່ຽວກັບບ້ວງເງິນອຸປະຖຳ 65 ລ້ານ USD ແນໃສ່ປະຕິບັດບັນດາການເຄື່ອນໄຫວສະໜອງການໜູນຊ່ວຍໂດຍກົງໃຫ້ແກ່ຄົນພິການເຈັບໜັກຢູ່ 8 ແຂວງບຸລິມະສິດໃນ 5 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ