ອາ​ເມ​ລິ​ກາ ແລະ ອັງ​ກິດ ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ຖະແຫຼງການເນັ້ນໜັກວ່າ ອາເມລິກາ ແລະ ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາຈະບັນລຸລະດັບປ່ອຍອາຍພິດເຮືອນແກ້ວ ຢູ່ລະດັບ 0 ໃນປີ 2050. ອາເມລິກາ ແລະ ອັງກິດ ກໍ່ຮຽກຮ້ອງໃຫ້ທຸກໆປະເທດຕ້ອງມີບັນດາບາດກ້າວທີ່ຈຳເປັນເພື່ອແນໃສ່ຮັກສາອູນຫະພຸນຢູ່ລະດັບ 1,5 ອົງສາ C ລວມມີບັນດາຍຸດທະສາດໄລຍະຍາວເພື່ອແນໃສ່ຫຼຸດຜ່ອນອາຍພິດ ແລະ ເຮັດໃຫ້ລະດັບອາຍພິດລົງລະດັບ 0. 
ອາ​ເມ​ລິ​ກາ ແລະ ອັງ​ກິດ ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ພາບປະກອບ: Reuters

ວັນທີ 8 ມີນາ, ທ່ານ John Kerry ທູດພິເສດຂອງ ອາເມລິກາ ກ່ຽວກັບການການປ່ຽນແປງຂອງດິນຟ້າອາກາດ ໄດ້ເຂົ້າຮ່ວມກອງປະຊຸມກັບ ນາຍົກລັດຖະມົນຕີ, ລັດຖະມົນຕີການເງິນ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກຳ ອັງກິດ ແລະ ທ່ານ Alok Sharma ປະທານສະມາຄົມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26). ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ເຊິ່ງຢັ້ງຢືນເຖິງຄວາມຕັດສິນໃຈໃນການຮ່ວມມື ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດ, ຖິ້ມຂີ້ເຫຍື້ອ ແລະ ເຕົ້າໂຮມທຸກປະເທດ, ພິເສດແມ່ນບັນດາພື້ນຖານເສດຖະກິດໃຫຍ່ຂອງໂລກ, ເພື່ອບັນລຸໄດ້ເປົ້າໝາຍກ່ຽວກັບດິນຟ້າອາກາດ. ຖະແຫຼງການເນັ້ນໜັກວ່າ ອາເມລິກາ ແລະ ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາຈະບັນລຸລະດັບປ່ອຍອາຍພິດເຮືອນແກ້ວ ຢູ່ລະດັບ 0 ໃນປີ 2050. ອາເມລິກາ ແລະ ອັງກິດ ກໍ່ຮຽກຮ້ອງໃຫ້ທຸກໆປະເທດຕ້ອງມີບັນດາບາດກ້າວທີ່ຈຳເປັນເພື່ອແນໃສ່ຮັກສາອູນຫະພຸນຢູ່ລະດັບ 1,5 ອົງສາ C ລວມມີບັນດາຍຸດທະສາດໄລຍະຍາວເພື່ອແນໃສ່ຫຼຸດຜ່ອນອາຍພິດ ແລະ ເຮັດໃຫ້ລະດັບອາຍພິດລົງລະດັບ 0. ສອງປະເທດກໍ່ປາດຖະໜາຢາກຮ່ວມມືກັບທຸກປະເທດ ເພື່ອແນໃສ່ສ້າງບັນດາຂໍ້ຕົກລົງຂອງ ສົນທິສັນຍາ Paris ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ໃຫ້ສຳເລັດ ແລະ ຊຸກຍູ້ບັນດາບັນຫາເຈລະຈາໃນວົງກ້ວາງ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ