ອາເມລິກາ ແລະ ອິດສຣາແອນ ຊົມເຊີຍຫຼັກໝັ້ນຂອງ ສະຫະພັນອາຣັບ ກ່ຽວກັບການເອົາດິນແລກເອົາສັນຕິພາບ

ອາເມລິກາ ແລະ ອິດສຣາແອນ ຊົມເຊີຍຫຼັກໝັ້ນຂອງ ສະຫະພັນອາຣັບ ກ່ຽວກັບການເອົາດິນແລກເອົາສັນຕິພາບ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 30/04, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ John Kerry ​ໄດ້​ຕີ​ລາຄາ​ສູງ​ການ​ປ່ຽນ​​ແປ່ງ​ໃນ​ຫຼັກ​ໝັ້ນ​ຂອງ​ສະຫະພັນ​ອາຣັບ (AL) ​​ເ​ມື່ອ​ເຫັນ​ດີ​ຕໍ່ແນວ​ຄິດ “​ເອົາ​ດິນ​ແລກ​ເອົາ​ສັນຕິພາບ” ລະຫວ່າງ​ຊາວ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ. ພາຍ​ຫຼັງ​ບັນດາ​ການ​ແລກປ່ຽນຄວາມ​ເຫັນ​ຢູ່ ວໍ​ຊິນ​ຕັນ ກ່ອນ​ນັ້ນ 1 ວັນ, AL ​ໄດ້​ອອກ​ຖະ​ແຫຼງວ່າ ​ຂໍ​້ຕົກລົງ​ສັນ​ຕິ​ພາບ​ໃນ​ອະນາຄົດ​ຢູ່​ຕາ​ເວັນ​ອອກ​ກາງ​ນີ້ ອາດສາມາດ​ກ່ຽວ​ຂ້ອງ​ເຖິງ “ການ​ແລກ​ປ່ຽນ​ທີ່​ດິນ”. ຕາມ​ທ່ານ Kenrry ​ແລ້ວ, AL ໄດ້​ເວົ້າ​ວ່າ ອົງການ​ນີ້ສາມາດ​ຮັບ​ຮູ້​ໄດ້​ບັນດາ​ເສັ້ນ​ຊາຍ​ແດນ​ຂອງ​ອິດສຣາ​ແອນ ກ່ອນ​ສົງຄາມ​ຕາ​ເວັນ​ອອກ​ກາງ​ປີ 1967 “ດ້ວຍ​ບັນດາ​ການ​ປັບ​ປຸງ​ສະ​ແດງ​ໃຫ້​ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ແລກປ່ຽນ​ທີ່​ດິນ, ຮັບ​ຮູ້​ການ​ປ່ຽນ​ແປງ​ບາງ​ຢ່າງ​ທີ່​​ໄດ້ເກີດ​ຂຶ້ນ” ​ໃນ​ສະພາບ​ຕົວ​ຈິ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ຕີ​ລາຄາ​ວ່າ ນີ້​ແມ່ນ​ບາດ​ກ້າວ​ໃຫຍ່. ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ກໍ​ສະ​ເໜີ​ຂໍ້​ລິ​ເລີ່​ມສັນຕິພາບ​​ອາຣັບ ປ​ີ 2002 ເຊິ່ງ​ຊາ​ອຸ​ດີ​ອາຣາບີ ຊຸກຍູ້ ອາດ​ຖື​ວ່າແມ່ນ​ແບບຢ່າງ​ໃຫ້​ຂໍ້​ຕົກລົງ​ສັນຕິພາບ​ໃນ​ອະນາຄົດ​ລະ​ຫວ່າງ​ໂລກ​ອາຣັບ ​ແລະ ອິດສຣາ​ແອນ.

ຂ່າວ/ບົດ​ອື່ນ