ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັ້ນ​ການ​ທະ​ຫານ​ຂອງ ອິດ​ສະ​ຣາ​ແອັນ ຢູ່ Rafah ໃນ​ອາ​ທິດ​ໜ້າ

(VOVWORLD) - ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອັນ ຄາດວ່າ ຈະປຶກສາຫາລືກ່ຽວກັບບັນການທະຫານຂອງ ອິດສະຣາແອັນ ຢູ່ Rafah, ທາງທິດໃຕ້ເຂດ Gaza ໃນອາທິດໜ້າ. 
ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັ້ນ​ການ​ທະ​ຫານ​ຂອງ ອິດ​ສະ​ຣາ​ແອັນ ຢູ່ Rafah ໃນ​ອາ​ທິດ​ໜ້າ - ảnh 1ບ່ອນລີ້ໄພຂອງຊາວ ປາແລັດສະຕິນ ຢູ່ນະຄອນ Rafah, ທາງທິດໃຕ້ ເຂດ ກາຊາ (ພາບ: AP)

ວັນທີ 9 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອິດສະຣາແອັນ ຄາດວ່າ ຈະປຶກສາຫາລືກ່ຽວກັບບັນການທະຫານຂອງ ອິດສະຣາແອັນ ຢູ່ Rafah, ທາງທິດໃຕ້ເຂດ Gaza ໃນອາທິດໜ້າ. ກ່ອນໜ້ານັ້ນ, ວັນທີ 8 ເມສາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ ຕ້ອງບຸກເຂົ້າເຂດ Rafah ເພື່ອສາມາດເອົາໄຊຊະນະຕໍ່ ຮາມາດສ ແລະ ກຳນົດວັນເວລາດຳເນີນບັ້ນການທະຫານຢູ່ທີ່ນີ້. ເຖິງຢ່າງໃດກໍຕາມ, ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລ້ວ, ອາເມລິກາ ຍັງບໍ່ທັນແຈ້ງໃຫ້ຊາບກ່ຽວກັບວັນເວລາກອງທັບ ອິດສະຣາແອັນ ປຸກເຂົ້າ Rafah ແລະ ອາເມລິກາ ຍັງຄົງແລກປ່ຽນກັບ ອິດສະຣາແອັນ ກ່ຽວກັບບັນຫານີ້. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຫວັງວ່າ ຈະບໍ່ມີການກະທຳໃດຂອງ ອິດສະຣາແອັນ ດຳເນີນກ່ອນການປຶກສາຫາລືນີ້ ພ້ອມທັງເນັ້ນໜັກວ່າ ບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ຢູ່ Rafah ຈະສ້າງຄວາມອັນຕະລາຍຕໍ່ຄວາມປອດໄພຂອງສາມັນຊົນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Antony Blinken ແລ້ວ, ອາເມລິກາ ພວມສືບຕໍ່ສົມທົບກັບ ກາຕາ ແລະ ອີຢິບ ກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ຢ່າງແໜ້ນແຟ້ນ.

ນັກຂ່າວ VOV ປະຈໍາ ອາເມລິກາ ແລະ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ