ອາເມລິກາ ແລະ ອິດສະຣາແອນ ປຶກສາຫາລື ກ່ຽວກັບສະພາບການ ໃນພາກພື້ນ

ອາເມລິກາ ແລະ ອິດສະຣາແອນ ປຶກສາຫາລື ກ່ຽວກັບສະພາບການ ໃນພາກພື້ນ - ảnh 1
ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ແລະ
ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Shimon Peres
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 16/7, ​ໃນ​ການ​ຢ້ຽມຢາມ ອິດສະ​ຣ​າ​ແອນ, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ໄດ​້ມີ ພົບ​ປະ​ກັບ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Shimon Peres. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Clinton ​ເນັ້ນ​ໜັກ​ວ່າ: ອິດສະຣາ​ແອນ ​ແລະ ອາ​ເມ​ລິ​ກາ ຄວນ​ພ້ອມ​ກັນ​ຄົ້ນ​ຄິດ ​ແລະ ມີ​ການກະທຳ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຢ່າງ​ແຮງ​ທີ່ພວມ​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ນີ້. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ ຕີ​ລາຄາ​ວ່າ:  ນີ້​ແມ່ນ​ຈຸດ​ເວລາ​ທີ່ “ບໍ່​ແນ່ນອນ” ​ແຕ່​​ກົງກັນຂ້າມ​ມັນກໍ​ນຳ​ມາ​ເຊິ່ງ​ກາລະ​ໂອກາດ​ເພື່ອ​ຊຸກຍູ້​ບັນດາ​ຈຸດໝາຍ​ລວມ ​ແມ່ນ​ຄວາມ​ສະຫງົບ​ປອດ​ໄພ, ສະ​ຖຽນລະ​ພາບ, ສັນຕິພາບ ​ແລະ ປະຊາທິປະ​ໄຕ. ​ໃນ​ການ​ພົບ​ປະ, 2 ຝ່າຍ​ໄດ້​ປຶກສາ​ຫາລື​​ບັນດາ​ບັນຫາ ອີ​ຢິບ, ຊີຣີ, ​ໂຄງການ​ນິວ​ເຄຼຍທີ່​ກໍ​ການ​ຖົກ​ຖຽງ​ກັນ​ຂອງ ອີຣານ ກໍ​ຄື​ວິວັດທະ​ນາ​ການ​ຊອກ​ຫາ​ສັນຕິພາບ​ລະຫວ່າງ ອິດສະຣາ​ແອ​ນ ​ແລະ ປາ​ແລດ​ຕີນ. ທ່ານ​ປະທານາທິບໍດີ Shimon Peres ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃນ​ການ​ໜູນ​ຊ່ວຍ​ຊຸກຍູ້​ສັນຕິພາບ​ລະ​ຫວ່າງ ອິດສະຣາ​ແອນ ​ແລະ ບັນດາ​ການ​ນຳ​ໃໝ່ຂອງ ອີ​ຢິບ. ອິດສະຣາ​ແອນ ກໍ​​ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ໄປ​ຢ້ຽມຢາມ 8 ປະ​ເທດ​ຂອງ​ທ່ານນາງ Clinton ​ໃນ​ນັ້ນ​ມີ​ຫວຽດນາມ.

ຂ່າວ/ບົດ​ອື່ນ