ອາເມລິກາ ແລະ ອິດສະຣາແອນ ຮ່ວມມື, ສະກັດກັ້ນອີຣານ ພັດທະນາ ອາວຸດນິວເຄຼີຍ

ອາເມລິກາ ແລະ ອິດສະຣາແອນ ຮ່ວມມື, ສະກັດກັ້ນອີຣານ ພັດທະນາ ອາວຸດນິວເຄຼີຍ - ảnh 1
( ທ່ານ​ປະທາ​ທາ​ທິບໍດີ​ອາ​ເມ​ລິ​ກາ Barack Obama )

( vovworld ) -   ວັນ​ທີ 5/3, ທ່ານ​ປະທາ​ທາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ​ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໄດ້ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຢູ່​ທຳນຽບຂາວ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ຂອງ​ສອງ​ປະ​ເທດ​ສຳລັບ​ໂຄງການ​ນິວ​ເຄຼີຍຂອງ​ອີ​ຣານ. ທີ່​ການ​ເຈລະຈາ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ​ໃນ​ສະພາບການ​ທີ່​ສອງ​ປະ​ເທດ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ກັບ​ການ​ພັດທະນາ​ອາ​ວຸດ​​ນິວ​ເຄຼີຍຂອງ​ອີຣານ ທີ່​ນັບ​ນື້ນັບ​ເພີ່ມ​ຂຶ້ນ​ສູງ ​ແລະ ອິດສະຣາ​ແອນ ອາດສາມາດຈະ​ດຳ​ເນີ​ນການ​ບຸກ​​ໂຈມ​ຕີ​ດ້ານການ​ທະຫານ​ແນ​ໃສ່​ບັນດາ​ຮາກ​ຖານ​ທີ່ຖືກ​ສົງ​ໄສ​ວ່າ​ມີ​ການ​ພັດທະນາ​ອາວຸດ​ນິວ​ເຄຼີຍຂອງ​ອີຣານ. ທ່ານ​ປະທາ​ນາ​ທິບໍດີ Barack Obama ຢືນຢັນຄືນ​ໃໝ່​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ ສຳລັບ​ບັນຫາ​ນິວ​ເຄຼີຍຂອງ​ອີຣານ​ແມ່ນ​ປ້ອງ​ກັນ​ດີກ​ວ່າ​ຕ້ານ​.

“ ຢາມ​ໃດອາ​ເມ​ລິ​ກາ ​ກໍ​ສະ​ໜັບສະ​ໜູນ​ບັນຫາ​ຄວາມ​ໝັ້ນຄົງ​ຂອງ​ອິດສະຣາ​ແອນ. ຄື​​ດັ່ງ​ທີ່ຂ້າພະ​ເຈົ້າ​​ໄດ້​ແຈ້ງ​ໃນ​ບົດ​ກ່າວ​ປະ​ໄສ​ເມື່ອ​ວັນ​ທີ 4/3 ວ່າ ທຸກໆ​ວິທີ​​ການໄດ້​ຮັບ​ການ​ກະ​ກຽມຢ່າງ​ຮຽບຮ້ອຍ. ຂ້າພະ​ເຈົ້າ​ເວົ້າ​ຄື​ແນວ​ນັ້ນ​ເພາະວ່າ​ຂ້າພະ​ເຈົ້າ​ ​ແລະ ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ​ ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ບັນຫາ​ນີ້​ຜ່ານ​ທາງ​ການ​ທູດ, ພວກ​ຂ້າພະ​ເຈົ້າ​​ເຂົ້າ​ໃຈ​ແຈ້ງ​​ຜົນ​ຮ້າຍໃນ​ການ​ດຳ​ເນີນ​ສົງຄາມການ​ທະຫານ”

ສ່ວນ​ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໄດ້​ຖື​ວ່າ ອິດສະຣາ​ແອນ ​ແລະ ອາ​ເມ​ລິ​ກາ​ແມ່ນ​ສອງ​ປະ​ເທດສຳພັນ​ທະ​ມິດ, ຮຽງບ່າ​ຮຽງ​ໄຫຼ່​ນຳ​ກັນ, ​ແຕ່​ອິດສະຣາ​ແອນ​ຈະ​ເປັນ​ເຈົ້າການ​ໃນ​ການ​ຕັດສິນ​ຊາຕາກຳຂອງ​ຕົນ.
ຂ່າວ/ບົດ​ອື່ນ