ອາເມລິກາ ແລະ ອີຢູ ມີຄວາມປະເອີບໃຈກ່ຽວກັບການ ເຊື່ອມຕໍ່ການເຈລະຈານິວເຄຼຍ ກັບອີຣານ

ອາເມລິກາ ແລະ ອີຢູ ມີຄວາມປະເອີບໃຈກ່ຽວກັບການ ເຊື່ອມຕໍ່ການເຈລະຈານິວເຄຼຍ ກັບອີຣານ - ảnh 1
ທ່ານນາງ Catherine Ashton ແລະ ທາ່ນນາງ Hilary Clinton
ພາບ: AFP

(vovworld) - ວັນ​ທີ 17/2, ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ (EU) ​ໄດ້​ຍອມຮັບ​ບັນດາ​ສັນຍານ​ອັນ​ຕັ້ງຫນ້າ​ໃນ​ການສະ​ເຫ​ນີຂອງ ອີຣານ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ພາຍຫລັງ​ການ​ພົບ​ປະ​ກັບ​ທ່ານ​ນາງ  Catherine Ashton ຜູ້ຕາງຫນ້າ​ຂັ້ນ​ສູງ ຮັບຜິດຊອບ​ນະ​ໂຍບ​າຍປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ອີ​ຢູ ປະ​ຈຳ ວໍ​ຊິງ​ຕັນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Hilary Clinton ​ຖື​ວ່າ: ຄຳ​ຕອບ​ຂອງ ອີຣານ ​ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ລໍຖ້າ ​ແລະ ນີ້​ແມ່ນ​ບາດກ້າວ​ສຳຄັນ. ທ່ານ​ນາງ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຊົມ​ເຊີຍ​ຈົດໝາຍ​ຂອງ ອີຣານ ​ແລະ ພວມ​ຕີ​ລາຄາ​ປັດ​ໄຈ​ທີ່​ຈຳ​ເປັນ​ທັງ​ໝົດ. ສ່ວນ​ທ່ານນາງ Ashton ​ເວົ້າ​ວ່າ : ທ່ານ​ນາງ​ເອງ ມີ​ຄວາມ​ລະມັດລະວັງ ​ແຕ່​ກໍມີ​ຄວາມ​ປະ​ເອີ​ບ​ໃຈກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ ນິວ​ເຄຼຍ ຂອງ​ອີຣານ. ທ່ານ​ນາງ​ຍັງ​ຖື​ວ່າ ຈົດໝາຍດັ່ງກ່າວ ​ແມ່ນ​ສັນຍານ​ທີ່​ດີ ​ແລະ ​ເຕ​ເຮຣານ ອາດ​ພ້​ອມ​ແລ້ວທີ່ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ