ອາ​ເມ​ລິ​ກາ ແລະ ອີ​ຢູ ອອກ​ຖະ​ແຫຼງ​ການ​ຮ່ວມ ຢັ້ງ​ຢືນ​ສົມ​ທົບ​ກັນ ດັບ​ມອບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອາເມລິກາ ແລະ ອີຢູ ໃຫ້ຄຳໝັ້ນສັນຍາ ຮ່ວມມືກັນແນໃສ່ດັບມອບໂລກລະບາດໂຄວິດ - 19, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍທາງດ້ານສາທາລະນະສຸກທົ່ວໂລກໃນອະນາຄົດ ແລະ ຊຸກຍູ້ການຟື້ນຟູໃນທົ່ວໂລກໃຫ້ຍືນຍົງ; ພ້ອມກັນນັ້ນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ສິດສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຢ່າງຍຸຕິທຳ, ດ້ວຍລາຄາເໝາະສົມ ກໍຄື ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ຊະນິດຕ່າງໆ ທີ່ມີຄຸນນະພາບ, ປອດໄພ ແລະ ມີປະສິດທິຜົນ…
ອາ​ເມ​ລິ​ກາ ແລະ ອີ​ຢູ ອອກ​ຖະ​ແຫຼງ​ການ​ຮ່ວມ ຢັ້ງ​ຢືນ​ສົມ​ທົບ​ກັນ ດັບ​ມອບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ອາເມລິກາ ແລະ ອີຢູ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດ ທີ່ຖືກດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ (ພາບ:USEU.usmission.gov/TTXVN) 

ວັນທີ 15 ມິຖຸນາ, ອາເມລິກາ ແລະ ອີຢູ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດ ທີ່ຖືກດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ. ຖະແຫຼງການດັ່ງກ່າວ ຊີ້ແຈ້ງວ່າ ກອງປະຊຸມສຸດຍອດ ອາເມລິກາ - ອີຢູ ຖືກດຳເນີນ ເພື່ອແນໃສ່ສ້າງສາຍພົວພັນຄູ່ຮ່ວມມືຂ້າມອັກລັງຕິກຄືນໃໝ່, ສ້າງໂຄງການດຳເນີນງານລວມ ຂ້າມອັກລັງຕິກ ໃຫ້ແກ່ໄລຍະພາຍຫຼັງໂລກລະບາດໂຄວິດ - 19.

        ຕາມຖະແຫຼງການດັ່ງກ່າວແລ້ວ, ອາເມລິກາ ແລະ ອີຢູ ໃຫ້ຄຳໝັ້ນສັນຍາ ຮ່ວມມືກັນແນໃສ່ດັບມອບໂລກລະບາດໂຄວິດ - 19, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍທາງດ້ານສາທາລະນະສຸກທົ່ວໂລກໃນອະນາຄົດ ແລະ ຊຸກຍູ້ການຟື້ນຟູໃນທົ່ວໂລກໃຫ້ຍືນຍົງ; ພ້ອມກັນນັ້ນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ສິດສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຢ່າງຍຸຕິທຳ, ດ້ວຍລາຄາເໝາະສົມ ກໍຄື ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ຊະນິດຕ່າງໆ ທີ່ມີຄຸນນະພາບ, ປອດໄພ ແລະ ມີປະສິດທິຜົນ… ອາເມລິກາ - ອີຢູ ກໍໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍໂຄງການ COVAX  ແລະ ສົ່ງເສີມບັນດານັກອຸປະຖຳຜະລິດວັກຊິນຕື່ມອີກ 2 ຕື້ ໂດສ ໃຫ້ທົ່ວໂລກ ໃນທ້າຍປີ 2021.


 

ຕອບກັບ

ຂ່າວ/ບົດ​ອື່ນ