ອາ​ເມ​ລິ​ກາ ແລະ ອີ​ຣານ ປະ​ຕິ​ບັດ​ສຳ​ເລັດ​ການ​ແລກ​ປ່ຽນນັກ​ໂທດ

(VOVWORLD) - ຜູ້ຕາງໜ້າຝ່າຍອາເມລິກາ ໄດ້ຮັບພົນລະເມືອງ ອາເມລິກາ 5 ຄົນເຊິ່ງ ອີຣານໄດ້ປ່ອຍຕົວ ແລະ ສົ່ງແຕ່ ເຕເຮຣານ ໄປຍັງ Doha. 
ອາ​ເມ​ລິ​ກາ ແລະ ອີ​ຣານ ປະ​ຕິ​ບັດ​ສຳ​ເລັດ​ການ​ແລກ​ປ່ຽນນັກ​ໂທດ - ảnh 1ບັນດານັກໂທດອາເມລິກາໄດ້ຮັບການປ່ອຍຕົວຢູ່ ກາຕາ (ພາບ: Reuters)

ຕອນຄ່ຳວັນທີ 18 ກັນຍາ, ອາເມລິກາ ແລະ ອີຣານ ໄດ້ປະຕິບັດສຳເລັດການແລກປ່ຽນນັກໂທດຢູ່ສະໜາມບິນສາກົນ Hamad, ນະຄອນຫຼວງ Doha, ກາຕາ. ຜູ້ຕາງໜ້າຝ່າຍອາເມລິກາ ໄດ້ຮັບພົນລະເມືອງ ອາເມລິກາ 5 ຄົນເຊິ່ງ ອີຣານໄດ້ປ່ອຍຕົວ ແລະ ສົ່ງແຕ່ ເຕເຮຣານ ໄປຍັງ Doha. ບັນດາພົນລະເມືອງນີ້ໄດ້ຂຶ້ນເຮືອບິນກັບເມືອ ອາເມລິກາຢ່າງທັນທີ. ແທນທີ່ນັ້ນ, ອາເມລິກາຕ້ອງປ່ອຍອິດສະລະພາບໃຫ້ແກ່ ພົນລະເມືອງອີຣານ 5 ຄົນ. ໄປຄຽງຄູ່ກັບວິວັດການແລກປ່ຽນນັກໂທດ, ບ້ວງເງິນຂາຍນ້ຳມັນທີ່ມີມູນຄ່າເກືອບ 6 ຕື້ USD ຂອງອີຣານ ທີ່ຖືກ ອາຍັດ ຢູ່ ສ.ເກົາຫຼີ ແຕ່ຫຼາຍປີມານີ້ ກໍ່ໄດ້ໂອນໄປຍັງ 6 ບັນຊີຂອງ ອີຣານ ທີ່ເປີດຢູ່ສອງທະນາຄານຂອງ ກາຕາ. ຈຳນວນເງິນນີ້ ຝ່າຍອີຣານ ຈະໄດ້ນຳໃຊ້ຊື້ສິນຄ້າຕາມເງື່ອນໄຂທີ່ໄດ້ເຫັນດີເປັນເອກະພາບກັບ ອາເມລິກາ ແລະ ຖືກຕິດຕາມຢ່າງເຂັ້ມງວດ.

ພາຍຫຼັງດຳເນີນການແລກປ່ຽນນັກໂທດ, ອາເມລິກາ ໄດ້ປະກາດລົງໂທດກະຊວງສືບລາຊະການລັບ ແລະ ຄວາມໝັ້ນຄົງ ອີຣານ, ທ່ານອະດີດປະທານາທິບໍດີ ອີຣານ Mahmoud Ahmadinejad ແລະ ເຈົ້າໜ້າທີ່ 3 ທ່ານຂອງລັດຖະບານ ອີຣານ ທີ່ກ່ຽວຂ້ອງເຖິງການກັກຕົວພົນລະເມືອງ ອາເມລິກາ ແລະ ພົນລະເມືອງຕ່າງປະເທດແບບ ຕາມລຳພັງ ແລະ ບໍ່ມີຄວາມສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ