ອາເມລິກາ ແລະ ເອີລົບ ປຶກສາຫາລືກ່ຽວກັບການ ເຈລະຈານິວເຄຼຍ ຂອງອີຣານ

ອາເມລິກາ ແລະ ເອີລົບ ປຶກສາຫາລືກ່ຽວກັບການ ເຈລະຈານິວເຄຼຍ ຂອງອີຣານ - ảnh 1
(ພາບປະກອບ)

(vovworld) - ວິວັດ​ການ​ເຈລະຈາ​ນິວ​ເຄຼຍຂອງ​ອີຣານ ​ແລະ ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວ​ກັບ​ຊີຣີ ​ແມ່ນ 2 ​ເນື້ອ​ໃນຈຸດ​ສຸມ​ຂອງ​ການ​ເຈລະຈາ ​​ໃນ​ວັນ​ທີ 14 ຕຸລາ ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍ​ບາຍ​ປ້ອງ​ກັບ​ຄວາມ​ສະຫ​ງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​​ເອີ​ລົບ (EU), ທ່ານ​ນາງ Catherine Ashton. ​ໃນ​ການ​ເຈ​ລະ​ຈາ​ເຊິ່ງ​ໄດ້​ຮັບ​ຕີ​ລາຄາ​ວ່າ ມີ​ລັກສະນະ​ສ້າງສັນ ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ລວນ​ດອນ, ​ແຫ່ງລາຊະ​ອານາຈັກ​ອັງກິດ, ​ເຈົ້າ​ໜ້າ​ທີ່​ການ​ທູດ 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮອບ​ເຈລະ​ຈາ P5+1 (​ເຊິ່ງ​ລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດ ພ້ອມ​ກັບ​ເຢຍລະ​ມັນ ​ແລະ ອີຣານ) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ທີ່​ກໍ່​ຄວາມ​​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ສາທາລະນະ​ອິສລາມ, ຄາດ​ວ່າ ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 15 – 16 ຕຸລາ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ມີ​ຄວາມ​ປະ​ເອີ​ບ​ໃຈ​ວ່າ ປະຈຸ​ບັນ​ແມ່ນຈຸດ​ເວລາ​ທີ່​ເໝາະ​ສົມ​​​ເພື່ອດຳ​ເນີນ​ການ​ເຈ​ລະ​ຈາ​ນິວ​ເຄຼຍຂອງ​ອີຣານ. ​ແຕ່ກໍ່​ກ່າວ​ເຕື່ອນ ​ເຕ​ເຮຣານ ຕ້ອງ​ຮັບຜິດຊອບ​ໜ້າ​ທີ່​ສາກົນ​ຂອງ​ຕົນ​ທີ່​ກ່ຽວຂ້​ອງ​ເຖິງ​ໂຄງການ​ນິວ​ເຄຼຍ.

        ​ໃນ​​ເຫດການ​ທີ່​ກ່ຽວຂ້ອງ, ​ໃນ​ວັນ​ທີ່ 14 ຕຸລາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Mohammad Javad Zarif ​ໄດ້ສະ​ເໜີ​ດຳ​ເນີນ​ກອງປະຊຸມ​ຂັ້ນ​ລັດຖະບົນ​ຕີ​ຄັ້ງ​ໃໝ່​ກັບ​ກຸ່ມ P5+1 ພາຍຫຼັງ​ຮອບ​ເຈລະຈາ​ຢູ່​ເຊີ​ແນວ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາ​ມ​ໂຕ້​ຖຽນກັບ​ຂອງ​ເຕ​ເຮ​ຣານ.
ຂ່າວ/ບົດ​ອື່ນ