ອາເມລິກາ ໂຈະແຜນການຂຶ້ນພາສີນຳເຂົ້າລົດໂອໂຕ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຕົກລົງໂຈະແຜນການຂຶ້ນພາສີນຳເຂົ້າລົດໂອໂຕ ພ້ອມດ້ວຍເຄື່ອງອາໄຫຼ່ ໃນຮອບເວລາ 180 ວັນ

ພ້ອມທັງອອກຄຳສັ່ງໃຫ້ບັນດາອົງການທີ່ມີໜ້າທີ່ອາເມລິກາ ສືບຕໍ່ເຈລະຈາກັບບັນດາຄູ່ຄ້າຫຼັກແຫຼ່ງເພື່ອ “ແກ້ໄຂໄພນາບຂູ່ດ້ານຄວາມສະຫງົບແຫ່ງຊາດ”. ແຈ້ງການຂອງທຳນຽບຂາວທີ່ຍົກອອກມາໃນວັນທີ 17 ພຶດສະພາ ຊີ້ແຈ້ງວ່າ, ໃນຮອບເວລາ 180 ວັນ, ຫ້ອງການຕາງໜ້າການຄ້າອາເມລິກາ ຈະຕ້ອງອັບເດັດຂໍ້ມູນຂ່າວກ່ຽວກັບໝາກຜົນບັນດາການເຈລະຈາເພື່ອລາຍງານຕໍ່ປະທານາທິບໍດີ D.Trump. ແຈ້ງການໄດ້ປະກາດກ່ອນຈຸດກຳນົດເວລາສຸດທ້າຍໃນວັນທີ 18 ພຶດສະພາ, ເຊິ່ງແມ່ນຈຸດເວລາທີ່ທ່ານປະທານາທິບໍດີ D.Trump ຍົກອອກຂໍ້ຕົກລົງຢ່າງເປັນທາງການກ່ຽວກັບເລື່ອງຂຶ້ນ ຫຼື ບໍ່ຂຶ້ນພາສີນຳເຂົ້າລົດໂອໂອ ພ້ອມດ້ວຍເຄື່ອງອາໄຫຼ່.

ຕອບກັບ

ຂ່າວ/ບົດ​ອື່ນ