ອາເມລິກາ ໃຫ້ການຊ່ວຍເຫຼືອເງິນກວ່າ 400 ລ້ານ USD ໃຫ້ແກ່ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ຢູ່ໃນພາກພື້ນ

(VOVWORLD) - ບ້ວງເງິນຊ່ວຍເຫຼືອຫຼ້າສຸດຂອງ ອາເມລິກາ ຈະໄດ້ນຳໃຊ້ເພື່ອສະໜອງທັນຍາຫານ, ນ້ຳປະປາ, ເບິ່ງແຍງດ້ານການແພດ, ການສຶກສາ
ອາເມລິກາ ໃຫ້ການຊ່ວຍເຫຼືອເງິນກວ່າ 400 ລ້ານ USD ໃຫ້ແກ່ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ຢູ່ໃນພາກພື້ນ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 11 ມິຖຸນາ, ອຳນາດການປົກຄອງ ອາເມລິກາ ແຈ້ງໃຫ້ຊາບວ່າ, ຈະໃຫ້ການຊ່ວຍເຫຼືອມະນຸດສະທຳຈຳນວນເງິນ 404 ລ້ານ USD ໃຫ້ແກ່ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ພາກພື້ນ. ດ້ວຍບ້ວງເງິນຊ່ວຍເຫຼືອໃໝ່ນີ້, ໄດ້ຍົກຈຳນວນເງິນຊ່ວຍເຫຼືອຂອງ ອາເມລິກາ ທີ່ສະຫງວນໃຫ້ຊາວ ປາແລັດສະຕິນ ໃນໄລຍະ 8 ເດືອນຜ່ານມາຂຶ້ນເຖິງ 674 ລ້ານ USD.

        ບ້ວງເງິນຊ່ວຍເຫຼືອຫຼ້າສຸດຂອງ ອາເມລິກາ ຈະໄດ້ນຳໃຊ້ເພື່ອສະໜອງທັນຍາຫານ, ນ້ຳປະປາ, ເບິ່ງແຍງດ້ານການແພດ, ການສຶກສາ ແລະ ໜູນຊ່ວຍດ້ານວິທະຍາໃຫ້ແກ່ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ພາກພື້ນ. ອາເມລິກາ ກໍ່ຮຽກຮ້ອງບັນດານັກອຸປະຖຳອື່ນສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດ ກາຊາ ແລະ ພາກພື້ນ, ເພີ່ມທະວີການໜູນຊ່ວຍບັນດາຜູ້ຖືກຜົນສະທ້ອນຍ້ອນການປະທະກັນ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ກໍ່ພວມໄປປະຕິບັດງານຢູ່ເຂດ ຕາເວັນອອກກາງ ເພື່ອສົມທົບກັນຊອກຫາມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ວິກິດການຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ