ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ 100 ລ້ານ USD ຕື່ມອີກໃຫ້ບັນດາຮາກຖານການແພດ ປາແລັດສະຕິນ ຢູ່ Jerusalem ຕາເວັນອອກ

(VOVWORLD) -ທ່ານປະທານາທິບໍດີ Joe Biden ໄດ້ໄປຢ້ຽມຢາມໂຮງໝໍ Augusta Victoria ຢູ່ Jerusalem ຕາເວັນອອກ.
ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ 100 ລ້ານ USD ຕື່ມອີກໃຫ້ບັນດາຮາກຖານການແພດ ປາແລັດສະຕິນ ຢູ່ Jerusalem ຕາເວັນອອກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ພົບປະເຈລະຈາກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas
(ພາບ: AFP/ TTXVN)

ໃນຂອບເຂດການໄປປະຕິບັດຢູ່ພາກພື້ນຕາເວັນອອກກາງ, ວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ຢູ່ເຂດແມ່ນ້ຳຈໍແດນ ຖືກຢຶດຄອງ. 2 ຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການທາງດ້ານເສດຖະກິດ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານາທິບໍດີ Joe Biden ໄດ້ໄປຢ້ຽມຢາມໂຮງໝໍ Augusta Victoria ຢູ່ Jerusalem ຕາເວັນອອກ. ຢູ່ທີ່ນີ້, ທ່ານ Joe Biden ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມຈຳນວນເງິນ 100 ລ້ານ USD ເພື່ອໜູນຊ່ວຍບັນດາຮາກຖານການແພດຢູ່ເຂດນີ້ເວົ້າສະເພາະ ແລະ ການບໍລິການສາທາລະນະສຸກຂອງ ປາແລັດສະຕິນ ເວົ້າລວມ.

        ໃນຂະນະນັ້ນ, ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ຄະນະຜູ້ແທນຂອງປະເທດນີ້ຈະຍົກອອກມາດຕະການທາງດ້ານເສດຖະກິດເພື່ອໜູນຊ່ວຍປະຊາຊົນ ປາແລັດສະຕິນ, ໃນນັ້ນມີບ້ວງເງິນເພີ່ມເຕີ່ມ 201 ລ້ານ USD ໃຫ້ແກ່ບັນດາອົງການກູ້ໄພກູ້ຊີບ ແລະ ວຽກເຮັດງານທຳໃຫ້ແກ່ຊາວລີ້ໄພ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ