ອາເມລິກາ ໄດ້ເນລະເທດນັກການທູດ ກູບາ 15 ຄົນ

(VOVWORLD) - ໃນວັນທີ 3 ຕຸລາ, ອຳນາດການປົກຄອງປະທານາທິບໍດີ Donald Trump ໄດ້ເນລະເທດນັກການທູດ 15 ຄົນທີ່ເຮັດວຽກຢູ່ສະຖານທູດ ກູບາ ປະຈຳ ວໍຊິງຕັນ.

ອາເມລິກາ ໄດ້ເນລະເທດນັກການທູດ ກູບາ 15 ຄົນ - ảnh 1

ອຳນາດການປົກຄອງປະທານາທິບໍດີ Donald Trump ໄດ້ເນລະເທດນັກການທູດ 15 ຄົນທີ່ເຮັດວຽກຢູ່ສະຖານທູດ ກູບາ ປະຈຳ ວໍຊິງຕັນ. 

(ພາບ: TTXVN) 

ການກະທຳນີ້ໄດ້ດຳເນີນໄປພາຍຫຼັງທີ່ກະຊວງການຕ່າງປະເທດ ອາເມລິກາ ໄດ້ຖອນຕົວບັນດາພາລະກອນສະຖານທູດ ອາເມລິກາ ປະຈຳ ລາຮາວານ ກັບຄືນປະເທດໃນອາທິດກ່ອນ ພາຍຫຼັງເຫດການດ້ານການແພດເກີດຂຶ້ນສຳລັບນັກການທູດ ອາເມລິກາ 20 ຄົນ. ໃນຖະແຫຼງການສະບັບໜຶ່ງ, ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືນີ້ແມ່ນ “ການບຸກໂຈມຕີດ້ວຍຄື້ນສຽງ” ອັນໄດ້ກໍ່ຜົນສະທ້ອນເຖິງສຸຂະພາບຂອງພະນັກງານ, ພາລະກອນການທູດ ອາເມລິກາ ປະຈຳ ກູບາ 22 ຄົນ. ຄຳຕັດສິນນີ້ກໍ່ຮັບປະກັນຄວາມດຸ່ນດ່ຽງໃນບັນດາການເຄື່ອນໄຫວທາງການທູດ. ໃນຂະນະນັ້ນ, ເຈົ້າໜ້າທີ່ຜູ້ໜ່ຶງໂດຍບໍ່ເຜີຍຊື່ຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັນດານັກການທູດ ກູບາ ດັ່ງກ່າວໄດ້ມີຄວາມຕ້ອງການຢາກອອກຈາກປະເທດ ອາເມລິກາ ໃນຮອບເວລາ 7 ວັນ.

        ໃນສະພາບການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez ໄດ້ອອກສຽງຄັດຄ້ານຢ່າງແຮງຕໍ່ຄຳຕັດສິນ “ໄຮ້ເຫດຜົນ ແລະ ມີລັກສະນະການເມືອງ” ຂອງກະຊວງການຕ່າງປະເທດ ອາເມລິກາ ຍົກອອກໃນວັນດຽວກັນ ກ່ຽວກັບເລື່ອງເນລະເທດນັກການທູດ 15 ຄົນຂອງສະຖານທູດ ກູບາ ປະຈຳ ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ