ອາເມລິກາ ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ ວັນທີ 11 ກັນຍາ ປີ 2001

(VOVWORLD) - ທ່ານປະທານາທິບໍດີ Joe Biden ໃຫ້ຄຳໝັ້ນສັນຍາສືບຕໍ່ບັ້ນຮົບຕ້ານການກໍ່ການຮ້າຍ ແລະ ສະກັດກັ້ນບັນດາກົນອຸບາຍກໍ່ການຮ້າຍ
ອາເມລິກາ ໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ ວັນທີ 11 ກັນຍາ ປີ 2001 - ảnh 1ທ່ານປະທານທິບໍດີ ອາເມລິກາ Joe Biden ໄດ້ເຂົ້າຮ່ວມພິທີ (ພາບ:AP)

ຕອນເຊົ້າວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ອາເມລິກາ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ຈະລຶກ 21 ປີແຫ່ງວັນເກີດເຫດການກໍ່ການຮ້າຍ ວັນທີ 11 ກັນຍາ ປີ 2001, ວິນາດຊະກຳນີ້ເຮັດໃຫ້ເກືອບ 3.000 ຄົນເສຍຊີວິດ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຂົ້າຮ່ວມພິທີ ໄຫວ້ອາໄລທີ່ທຳນຽບ 5 ແຈ - ເຊິ່ງເປັນໜຶ່ງໃນເປົ້າໝາຍ 3 ແຫ່ງຂອງເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 11 ກັນຍາ. ທ່ານ Biden ໄດ້ວາງພວງມາລາທີ່ອະນຸສາວາລີໃນບໍລິເວນທຳນຽບ 5 ແຈ, ເພື່ອແນໃສ່ອາໄລຫາບັນດາຜູ້ຖືກເສຍຊີວິດ.

        ໃນບົດປາໄສ, ທ່ານປະທານາທິບໍດີ Joe Biden ໃຫ້ຄຳໝັ້ນສັນຍາສືບຕໍ່ບັ້ນຮົບຕ້ານການກໍ່ການຮ້າຍ ແລະ ສະກັດກັ້ນບັນດາກົນອຸບາຍກໍ່ການຮ້າຍ. ທ່ານປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ປະຊາຊົນ ອາເມລິກາ ສາມັກຄີປົກປັກຮັກສາສິດເສລີເຊິ່ງບັນດາພວກກໍ່ການຮ້າຍໃນວັນທີ 11 ກັນຍາ ຢາກທຳລາຍ. ກ່ອນໜ້ານັ້ນໜຶ່ງວັນ, ທ່ານນາງ Jill Biden, ພັນລະຍາຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ພິທີໄຫວ້ອາໄລຢູ່ Shankville, Pennsylvannia, ເຊິ່ງເປັນສະຖານທີ່ເຮືອບິນລຳທີ 4 ທີ່ຖືກພວກກໍ່ການຮ້າຍຄວບຄຸມຕົກລົງພື້ນດິນ.

ຕອບກັບ

ຂ່າວ/ບົດ​ອື່ນ