ອາ​ເມ​ລິ​ກາ ໜູນ​ຊ່ວຍ​ ຢູ​ແກຼນ ປັບ​ປຸງ​ລະ​ບົບ​ລູກ​ສອນ​ໄຟ Hawk

(VOVWORLD) - ເລື່ອງບຳລຸງຮັກສາລະບົບລູກສອນໄຟ ໄດ້ເພີ່ມທະວີຄວາມສາມາດຂອງ ຢູແກຼນ ໃນການປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ ແລະ ຊ່ວຍປະຕິບັດບັນດາເປົ້າໝາຍນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບການຊ່ວຍປັບປຸງຄວາມໝັ້ນຄົງຂອງປະເທດຄູ່ຮ່ວມມື.
ອາ​ເມ​ລິ​ກາ ໜູນ​ຊ່ວຍ​ ຢູ​ແກຼນ ປັບ​ປຸງ​ລະ​ບົບ​ລູກ​ສອນ​ໄຟ Hawk - ảnh 1 ລະບົບລູກສອນໄຟໜ້າດິນຕ້ານອາກາດໄລຍະກາງ Hawk (ພາບ:  Reuters)

ວັນທີ 9 ເມສາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຮັບຮອງເອົາທຸລະກຳການຄ້າເຄິ່ງທະຫານຕ່າງປະເທດ ທີ່ມີມູນຄ່າ 138 ລ້ານ USD ແນໃສ່ຊ່ວຍ ຢູແກຼນ ປັບປຸງລະບົບລູກສອນໄຟໜ້າດິນຕ້ານອາກາດໄລຍະກາງ Hawk ຂອງປະເທດນີ້. ເລື່ອງບຳລຸງຮັກສາລະບົບລູກສອນໄຟ ໄດ້ເພີ່ມທະວີຄວາມສາມາດຂອງ ຢູແກຼນ ໃນການປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ ແລະ ຊ່ວຍປະຕິບັດບັນດາເປົ້າໝາຍນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບການຊ່ວຍປັບປຸງຄວາມໝັ້ນຄົງຂອງປະເທດຄູ່ຮ່ວມມື.

        ກໍໃນວັນທີ 9 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Lloyd Austin ໃຫ້ຮູ້ວ່າ ໝາກຜົນຂອງການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ ຈະມີບັນດາຜົນກະທົບທົ່ວໂລກຕໍ່ຄວາມໝັ້ນຄົງຂອງ ອາເມລິກາ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ຢູແກຼນ, Volodymyr Zelensky ກ່າວເຕືອນວ່າ ຢູແກຼນ ຈະປະລາໄຊ ຖ້າຫາກວ່າບັນດານັກສ້າງກົດໝາຍ ອາເມລິກາ ບໍ່ຮັບຮອງເອົາງົບປະມານເພີ່ມເຕີ່ມໃຫ້ແກ່ປະເທດນີ້.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ