ອາ​ເມ​ລິ​ກາ​ ໜູນ​ຊ່ວຍ ເກິນ​ເທີ ພັດ​ທະ​ນາ​ກະ​ສິ​ກຳ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ວັນທີ 2 ທັນວາ, ທ່ານ ເຈືອງກວາງຮ່ວາຍນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ ມີການເຮັດວຽກກັບ ທ່ານນາງ Marie C. Damour ຫົວໜ້າກົງສູນໃຫຍ່ ອາເມລິກາປະຈຳ ນະຄອນ ໂຮ່ຈີມິນ, ກ່ຽວກັບແງ່ຫວັງຮ່ວມມືຫຼາຍຂົງເຂດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. 

ອາ​ເມ​ລິ​ກາ​ ໜູນ​ຊ່ວຍ ເກິນ​ເທີ ພັດ​ທະ​ນາ​ກະ​ສິ​ກຳ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ ເຈືອງກວາງຮ່ວາຍນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ Marie C. Damour ຫົວໜ້າກົງສູນໃຫຍ່ ອາເມລິກາປະຈຳ ນະຄອນ ໂຮ່ຈີມິນ 

(ພາບ: Baocantho.com.vn)

ທ່ານ ນາງ Marie C. Damour ໃຫ້ຮູ້ວ່າ: ຕາມແຜນການ, ໃນປີ 2020, ຄະນະກຳມະການຄົ້ນຄ້ວາກະສິກຳຂຶ້ນກັບກະຊວງກະສິກຳ ອາເມລິກາ (USDA ARS) ຈະນຳບັນດານັກຊ່ຽວຊານກ່ຽວກັບກະສິກຳມາຍັງເກິນເທີ, ດຳເນີນການຄົ້ນຄ້ວາສະພາບການປັດຈຸບັນເພື່ອແນໃສ່ໜູນຊ່ວຍແກ້ໄຂບັນດາອຸປະສັກໃນການພັດທະນາກະສິກຳຄື: ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນກະເສດ, ປົກປັກຮັກສາບັນດາແຫຼ່ງຊັບພະຍາກອນດິນ, ນ້ຳ ແລະ ຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ນອກຈາກນັ້ນ, ອາເມລິກາ ຈະສືບຕໍ່ສ້າງບັນດາແຜນການຮ່ວມມືກັບເກິນເທີປະຕິບັດບັນດາໂຄງການ ອາກາດທີ່ປອດໄສ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ເພື່ອແນໃສ່ເພີ່ມທະວີຄວາມທົນທານຂອງນະຄອນຕໍ່ຜົນກະທົບຂອງການປ່ຽນແປງຈາກດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ