ອາເມລິກາ ໝັ້ນໝາຍສືບຕໍ່ຮັກສາ ບົດບາດສຳຄັນຢູ່ ເຂດຕາເວັນອອກກາງ

ອາເມລິກາ ໝັ້ນໝາຍສືບຕໍ່ຮັກສາ    ບົດບາດສຳຄັນຢູ່ ເຂດຕາເວັນອອກກາງ - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta
ພາບ:internet

(vovworld) - ວັນ​ທີ 11/12, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ໄດ້​ໝັ້ນ​ໝາຍວ່າ: ກອງທັບ ອາ​ເມ​ລິ​ກາ ຍັງ​ຄົງ​ຮັກສາ​ການ​ມີຫນ້າ​ຢູ່ ຕາ​ເວັນ​ອອກ​ກາງ ​ເຖິງ​ວ່າ ປະ​ເທດ​ນີ້ ພວມ​ປະຕິບັດ​ຫັນຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໄປ​ຍັງ​ພາກ​ພື້ນ ອາຊີ ​- ປາຊິ​ຟິກ. ກ່າວ​ຄຳ​ເຫັນ​ກ່ອນ​ເດີນທາງ​ໄປ​ຢ້ຽມຢາມ ຄູ​ເວດ, ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ເນັ້ນ​ຫນັກ​ວ່າ: ກອງທັບ ອາ​ເມ​ລິ​ກາ ຕ້ອງ​ມີການປັບ​ປຸງ​ຢ່າງ​​ມີໄຫວ​ພິບ​ໃນຂະນະ​ທີ່ງົບປະມານ​ຖືກ​ຫລຸດ​ລົງ. ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ເດີນທາງ​ຢ້ຽມຢາມ ຄູ​ເວດ ​ໃນ​ຄວາ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ໃນ​ຂະນະ​ສະພາບ​ການ​ພາກ​ພື້ນ​ພວມ​​ເກີດ​ການ​ຜັນ​ແປ​​ໃຫມ່​ທີ​່ກ່ຽວ​ຂອ້ງ​ເຖິງ​ວິ​ກິດ​ການ​ຢູ່ ຊີຣີ ​ແລະ ອີ​ຢີບ ​ແລະ ຄວາມ​ເຄ່ັງ​ຕຶງ​ໃນ​ບັນຫາ​ນິວ​ເຄຼຍຂອງ ອີຣານ. ນີ້​ແມ່ນ​ການ​ຢ້ຽມຢາມ ຄູ​ເວດ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ໃນ 5 ປີຜ່ານມາ.

ຂ່າວ/ບົດ​ອື່ນ