ອາເມລິກາ,ກຸຍບາຈັດກອງປະຊຸມຄະນະກຳມະການ2ຝ່າຍຄັ້ງທີ3ຢູ່ລາຮາວານ

ອາເມລິກາ,ກຸຍບາຈັດກອງປະຊຸມຄະນະກຳມະການ2ຝ່າຍຄັ້ງທີ3ຢູ່ລາຮາວານ - ảnh 1
(ພາບ​ປະ​ກອບ: THX)

(vovworld) - ​ ​​​ ​ວັນ​ທີ 12/05, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ອອກ​ແຈ້ງ​ການ​ໂດຍໃຫ້​ຮູ້​ວ່າ, ​ປະ​ເທດນີ້ ແລະ ກຸຍ​ບາ ຈະ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ 2 ຝ່າຍ ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ, ປະ​ເທດ​ກຸຍ​ບາ ໃນ​ວັນ​ທີ 16/05 ຈະ​ມາ​ເຖິງ. ຕາມ​ແຈ້ງ​ການ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ ແລ້ວ, ພາຍ​ຫຼັງ​ການ​ຢ້ຽ​ມ​ຢາມ​ປະ​ຫວັດ​ສາດເຖິງ​ກຸຍ​ບາ ເມື່ອ​ກາງ​ເດືອນ 03 ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມລິ​ກາ Barack Obama, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ຮຽກ​ຮ້ອງ​ໃຫ້​ທີ່​ປຶ​ກ​ສາ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ເອກ​ອັກ​ຄະ​ລັດ​ຖະ​ທູດ Kristie Kenney, ນ​ຳ​ໜ​້າ​ຄະ​ນະ​ຜູ້​ແທນ​ປະ​ເທດນີ້ ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ 2 ຝ່າຍ​ຄັ້ງ​ທີ 3. ເຂົ້າ​ຮ່ວມ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ ຄັ້ງ​ນ​ີ້​ມີ​ທ່ານ​ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ John Cremer. ໃນ​ຂະ​ນະ​ນັ້ນ, ຄະ​ນະ​ຜູ້​ແທນ​ກຸຍ​ບາ ໂດຍ​ທ່ານ​ຫົວ​ໜ້າ​ກົມ​ບັນ​ດາ​ບັນ​ຫາ​ອາ​ເມ​ລິ​ກາ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸຍ​ບາ Josefina Vidal ນຳ​ໜ້າ. ຕາມ​ແຈ້ງ​ການ​ດັ່ງ​ກ່າວ​ແລ້ວ, ບຸ​ລິ​ມະ​ສິດ​ອັບ​ດັບ​ໜຶ່ງ​ຂອງວໍ​ຊິງ​ຕັນ ແມ່ນ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​ກຸຍ​ບາ ກວ່າ​ອີກ, ໃນນັ້ນ, ກົນ​ໄກ​ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ 2 ຝ່າຍ​ແມ່ນ​ກົນ​ໄກ​ຕົ້ນ​ຕໍ່.

ຂ່າວ/ບົດ​ອື່ນ