ອາເມລິກາ-ກູຍບາຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບໃນຂົງເຂດການຄ້າແລະການທ່ອງທ່ຽວ

ອາເມລິກາ-ກູຍບາຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບໃນຂົງເຂດການຄ້າແລະການທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) – ອາ​ເມ​ລິ​ກາ ​ແລະ ກູ​ຍບາ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ການທ່ອງທ່ຽວ 2 ຝ່າຍ. ໜັງສືພິມ “Granma” ອົງການ​ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ ກູ​ຍບາ ​ໃຫ້ຂ່າວ​ວ່າ: ​ໃນ​ບັນດາ​ການ​ເຈລະຈາ ​ໃນ​ວັນ​ທີ 28/10 ຢູ່​ນະຄອນຫລວງ La Habana, ທ່ານ Alejandro Mayorkas ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ ອາ​ເມ​ລິ​ກາ ພວມ​ຢ້ຽມຢາມ ກູ​ຍບາ ​ແລະ ທ່ານ Carlos Fernadez Gondin ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ກູ​ຍບາ ບັນລຸ​​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ ດ້ວຍ​ຈຸດໝາຍ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ 2 ປະ​ເທດ​, ກໍ​ຄື​ບັນດາ​ປະ​ເທດ​ອື່ນໆກ່ວາ​ອີກ. ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ Mayorkas ​ແມ່ນ​ເຈົ້າ​ໜ້າ​ທີ່​ຊາວ ອາ​ເມ​ລິ​ກາ ​ເຊື້ອ​ຊາດ ກູ​ຍບາ ຂັ້ນສູງສຸດ​ໃນ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແຕ່​ເດືອນ 12/2013. ຮ່ວມ​ເດີນທາງ​ກັບ​ທ່ານ Mayorkas ​ໃນ​ການ​ປະຕິບັດ​ງານຄັ້ງ​ນີ້ ​ແມ່ນ​ຜູ້ອຳນວຍການ​ກຳລັງ​ພາສີ ​ແລະ ​ປ້ອງ​ກັນຊາຍ​ແດນ ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ