ອາເມລິກາກະກຽມສົ່ງພົນທະຫານຕື່ມອີກໃຫ້ແກ່ການສູ້ຮົບຍາດເອົານະຄອນMosulຄືນໃຫມ່

ອາເມລິກາກະກຽມສົ່ງພົນທະຫານຕື່ມອີກໃຫ້ແກ່ການສູ້ຮົບຍາດເອົານະຄອນMosulຄືນໃຫມ່ - ảnh 1
ພົນ​ທະ​ຫານ​ອາ​ເມ​ລິ​ກາ​ຢູ່​ຖານ​ທີ່​ໝັ້ນ​ການ​ທະ​ຫານ Qayyara
 ພາບ: AFP/TTXVN

(vovworld)- ວັນ​ທີ 28/9, ເຈົ້າ​ຫນ້າ​ທີ່​ອາ​ເມ​ລິ​ກາ​ຜູ້​ຫນຶ່ງ ບໍ່​ເຜີຍ​ຊື່​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພວມ​ກະ​ກຽມ​ສົ່ງ​​ພົນ​ທະ​ຫານ​ຕື່ມ​ອີກເຖິງ ອີ​ຣັກ ດ້ວຍ​ບົດ​ບາດ​ແມ່ນ​ຜູ້​ໃຫ້​ຄຳ​ປຶກ​ສາ ແລະ ບຳ​ລຸງ​ສ້າງ​ໃຫ້​ແກ່​ກຳ​ລັງ​ຂອງ ອີ​ຣານ ໃນ​ການ​ສູ້​ຮົບ​ຍາດ​ເອົາ​ນະ​ຄອນ Mosul ຂອງ​ ອີ​ຣັກ ຄືນ​ໃຫມ່ ຈາກ​ອົງ​ການ “ລັດ​ອິດ​ສະ​ລາມ” ຂະ​ຫນານ​ນາມ​ເອງ (IS). ໃນ​ວັນ​ດຽວ​ກັນ, ຂ່າວ​ຄາວ​ດັ່ງ​ກ່າວ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al Abadi ຮັບ​ຮູ້ ແລະ ໃຫ້​ຮູ້​ຕື່ມ​ອີກວ່າ: ຄາດ​ວ່າແຜນ​ການສົ່ງ​ພົນ​ທະ​ຫານ​ຕື່ມ​ອີກ​ເຖິງ ອີ​ຣັກ ຈະ​ດຳ​ເນີນ​ໃນ​ທ້າຍ​ປີນີ້. ຄຳ​ແຈ້ງ​ຂ່າວ​ໃນ​ຫນ້າ​ເວັບ​​ຂໍ້​ມູນຂ່າວ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haider al Abadi ໃຫ້​ຮູ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ໄດ້​ທາບ​ທາມ​ຄຳ​ເຫັນ​ຕາມ​ຄຳ​ສະ​ເຫນີ​ຂອງ​ລັດ​ຖະ​ບານ ອີ​ຣັກ ກ່ຽວ​ກັບ​ການ​ເພີ່ມ​ຈຳ​ນວນ​ພົນທະ​ຫານ​ຄັ້ງ​ສຸດ​ທ້າຍ ພາຍ​ໃຕ້​ການ​ຫນູ​ນ​ຊ່ວຍ​​ຂອງ​ພັນ​ທະ​ມິດ​ສາ​ກົນ ຢູ່ ອີ​ຣັກ. 


ຕອບກັບ

ຂ່າວ/ບົດ​ອື່ນ