ອາເມລິກາກະຕຸກຊຸກຍູ້ບັນດາປະເທດຈັດວາງຄຳສັ່ງລົງໂທດຕໍ່ອີຣານ

(VOVWORLD) -ອາເມລິກາ ພວມກະຕຸກຊຸກຍູ້ບັນດາປະເທດພັນທະມິດເອີລົບ ແລະ ຫຼາຍປະເທດອື່ນຈັດວາງບັນດາມາດຕະການລົງໂທດອີຣານ ເພື່ອແນໃສ່ຮັບມືກັບໂຄງການລູກສອນໄຟຂອງປະເທດຕາເວັນອອກກາງນີ້ ເຊິ່ງວໍຊິງຕັນ ໄດ້ຖືວ່າແມ່ນ “ໄພນາບຂູ່ສຳລັບສັນຕິພາບ ແລະ ຄວາມໝັ້ນຄົງໂລກ”.

ອາເມລິກາກະຕຸກຊຸກຍູ້ບັນດາປະເທດຈັດວາງຄຳສັ່ງລົງໂທດຕໍ່ອີຣານ - ảnh 1ທ່ານ Brian Hook, ທີ່ປຶກສານະໂຍບາຍຂັ້ນສູງຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ

(ພາບປະກອບ: Foreign Policy)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນະຄອນຫຼວງ Riyadh, ປະເທດຊະອຸດີອາຣັບເບຍ, ວັນທີ 28 ເມສາ, ທ່ານ Brian Hook, ທີ່ປຶກສານະໂຍບາຍຂັ້ນສູງຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຄົນໃໝ່ Mike Pompeo, ຖະແຫຼງວ່າ ວໍຊິງຕັນ ພວມກະຕຸກຊຸກຍູ້ຫຼາຍປະເທດໃນໂລກຈົ່ງລົງໂທດບັນດາສ່ວນບຸກຄົນ ແລະ ອົງການກ່ຽວຂ້ອງເຖິງໂຄງການລູກສອນໄຟຂອງເຕເຮຣານ ແລະ ນີ້ແມ່ນສ່ວນໃຫຍ່ໃນບັນດາການປຶກສາຫາລືລະຫວ່າງອາເມລິກາ ກັບບັນດາປະເທດເອີລົບ. ໂຄງການລູກສອນໄຟຂອງອີຣານ ກໍ່ແມ່ນຫົວເລື່ອງໃຫຍ່ໃນບັນດາການປຶກສາຫາລືໃນວັນທີ 29 ເມສາ ລະຫວ່າງທ່ານ Pompeo ແລະ ການນຳຊະອຸດີອາຣັບເບຍ ແລະ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ