ອາເມລິກາກ່າວເຕືອນຈັດວາງພາສີຖ້າຫາກເມັກຊີໂກປ່ຽນແປງຫຼັກໝັ້ນ

(VOVWORLD) -ວັນທີ 06 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ອາເມລິກາ ໄດ້ລົງນາມໃນເນື້ອໃນເພີ່ມເຕີມຂອງຂໍ້ຕົກລົງອົບພະຍົບ ແລະ ຄວາມໝັ້ນຄົງກັບເມັກຊີໂກ ແລະ ຂໍ້ຕົກລົງດັ່ງກ່າວຈະຕ້ອງມີການຮັບຮອງເອົາຂອງສະພາແຫ່ງຊາດເມັກຊີໂກ.

ອາເມລິກາກ່າວເຕືອນຈັດວາງພາສີຖ້າຫາກເມັກຊີໂກປ່ຽນແປງຫຼັກໝັ້ນ - ảnh 1

 ອາເມລິກາ ໄດ້ລົງນາມໃນເນື້ອໃນເພີ່ມເຕີມຂອງຂໍ້ຕົກລົງອົບພະຍົບ

(ພາບປະກອບ: AFP/TTXVN)

ເຖິງວ່າບໍ່ແຈ້ງລາຍລະອຽດກໍ່ຕາມ, ແຕ່ທ່ານປະທານາທິບໍດີ D.Trump ກ່າວເຕືອນວ່າ ຈະຈັດວາງອັດຕາພາສີຖ້າຫາກ ເມັກຊີໂກ ບໍ່ໃຫ້ສັດຕະຍາບັນແຜນການດັ່ງກ່າວ.  ທ່ານປະທານາທິບໍດີ D.Trump ຊີ້ແຈ້ງວ່າ, ອາເມລິກາ ໄດ້ລົງນາມ ແລະ ເອົາພາກສ່ວນສຳຄັນໜຶ່ງເຂົ້າໃນຂໍ້ຕົກລົງອົບພະຍົບ ແລະ ຄວາມໝັ້ນຄົງກັບເມັກຊີໂກ ຕື່ມອີກ. ຕາມທ່ານແລ້ວ, ນີ້ແມ່ນເນື້ອໃນເຊິ່ງອາເມລິກາ ໄດ້ຮຽກຮ້ອງໃນຫຼາຍປີຜ່ານມາ ແລະ ຈະໄດ້ຮັບການປະກາດໂດຍໄວ. ທ່ານເນັ້ນໜັກວ່າ, ເຖິງວ່າບໍ່ຄອງຄອຍຮົ້ວກີດຂວາງໃດໆທີ່ການປ່ອນບັດຂອງສະພາແຫ່ງຊາດເມັກຊີໂກ, ແຕ່ວ່າ ຖ້າຫາກແຜນການບໍ່ໄດ້ຮັບການອະນຸມັດຜ່ານ, ວໍຊິງຕັນ ຈະຈັດວາງພາສີສຳລັບປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ