ອາເມລິກາກ່າວເຕືອນບັ້ນຮົບຕ້ານISຈະຖືກແກ່ຍາວແລະປະສົບກັບຄວາມຫຍຸ້ງຍາກ

ອາເມລິກາກ່າວເຕືອນບັ້ນຮົບຕ້ານISຈະຖືກແກ່ຍາວແລະປະສົບກັບຄວາມຫຍຸ້ງຍາກ - ảnh 1
ເຮືອ​ບິນ​ສູ້​ຮົບ F/A-18
(ພາບ​ປະ​ກອບ​ຈາກ AFP - TTXVN)

(vovworld) – ວັນ​ທີ 23/9, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ທີ່​ອອກ​ຈາກ​ທຳ​ນຽບ​ຂາວ​ ​ໄປ​ຍັງ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ ເພື່ອ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄ​ະ​ນະ​ປະ​ຈຳ​ປີ​ຄັ້ງ​ທີ 69 ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຕີ​ລາ​ຄາ​ສູງ​ສຳ​ພັນ​ທະ​ມິດ​ສາ​ກົນ​ໃນ​ການ​ຕ້ານ​ກຸ່​ມອ້າງ​ຊື່​ເອງ​ວ່າ “ລັດ​ອິດ​ສະ​ລາມ” (IS) ແລະ ຍອມ​ຮັບ​ວ່າບັ້ນ​ຮົບ​ຕ້ານ​ກຸ່ມ​ປະ​ກອບ​ອາ​ວຸດນີ້​ຈະ​ແກ່​ຍາວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໃຫ້​ຮູ້​ວ່າ: ການ​ເຂົ້າ​ຮ່ວມ​ຂອງ 5 ປະ​ເທດ ອາ​ຣັບ ໃນ​ບັນ​ດາການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ທຳ​ອິດ​ ເຂົ້າ​ບັນ​ດາ​ຈຸດ​ໝາຍ​ຂອງ​ກຸ່ມ IS ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຊີ​ຣີ ເມື່ອ​ຕອນ​ຄ່ຳ​ວັນ​ທີ 22/9, ສະ​ແດງ​ໃຫ້​ເຫັນ​ວ່າ​​ບັ້ນ​ຮົບ​ຕ້ານ IS ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົ​ມ​ໂລກ, ຫາກບໍ່​ສະ​ເພາະ​ຂອງ ອາ​ເມ​ລິ​ກາ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ຕິ​ບັດບັ້ນ​ຮົບ​ຕ້ານ IS ແລະ ບັນ​ດາ​ກຸ່ມ​ຫົວ​ຮຸ​ນ​ແຮງ​ອື່ນ​ທີ່​ກ່ຽວ​ຂ້ອງ​ເຖິງ al – Qaeda ຄື​ກຸ່ມ Khorasan, ​ແຕ່​ໄດ້​ກ່າວ​ເຕືອນ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ວ່າ: ນີ້​ແມ່ນບັ້ນ​ຮົບ​ໄລ​ຍະຍາວ ແລະ ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ.



ຂ່າວ/ບົດ​ອື່ນ