ອາ​ເມ​ລິ​ກາ​ກ່າວ​ເຕືອນ​ວ່າ ບໍ່ປະ​ນີ​ປະ​ນອມ​ຕໍ່​​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຢູ່ ອີ​ຣັກ

(VOVWORLD) -ວັນທີ 16 ມີນາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ກ່າວເຕືອນວ່າ ອາເມລິກາຈະມີການກະທຳໂຕ້ຕອບຖ້າຫາກເຫັນວ່າມີຄວາມຈຳເປັນ ຕໍ່ບໍ່ວ່າເຫດບຸກໂຈມຕີໃດທີ່ແນໃສ່ບັນດາເປົ້າໝາຍອາເມລິກາ
ອາ​ເມ​ລິ​ກາ​ກ່າວ​ເຕືອນ​ວ່າ ບໍ່ປະ​ນີ​ປະ​ນອມ​ຕໍ່​​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຢູ່ ອີ​ຣັກ - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ(ພາບ: THX/TTXVN ) 

ໃນການເຈລະຈາທາງໂທລະສັບກັບທ່ານ Adel Abdul Mahdi ນາຍົກລັດຖະມົນຕີ ອີຣັກ, ທ່ານ Pompeo ໄດ້ຮຽກຮ້ອງໃຫ້ ອີຣັກປົກປ້ອງບັນດາສະມາຊິກຂອງທະຫານປະສົມ ເຊິ່ງເປັນຜູ້ທີ່ໄດ້ສົ່ງໄປຍັງປະເທດຕາເວັນອອກກາງນີ້ເພື່ອແນໃສ່ຕ້ານຄືນອົງການການກໍ່ການຮ້າຍລັດອິດສະລາມ ອ້າງຊື່ເອງ (IS). ທ່ານ Pompeo ກໍ່ເນັ້ນໜັກວ່າ ອາເມລິກາຈະບໍ່ອະໄພ ໃຫ້ບັນດາເຫດບຸກໂຈມຕີ ແລະ ບັນດາໄພນາບຂູ່ໃດໆຕໍ່ປະຊາຊົນປະເທດນີ້, ກໍ່ຄືຈະຜັນຂະຫຍາຍບັນດາການກະທຳຕື່ມອີກຖ້າມີຄວາມຈຳເປັນເພື່ອປ້ອງກັນຕົວ.

ວັນທີ 14 ມີນາທີ່ຜ່ານມາ, ຢູ່ຖານທີ່ໝັ້ນການທະຫານແຫ່ງໜຶ່ງທີ່ມີພົນທະຫານຕ່າງປະເທດປະຈຳ, ໃນນັ້ນມີພົນທະຫານອັງກິດ ແລະ ອາເມລິກາ ຢູ່ພາກເໜືອນະຄອນ Baghdad ຂອງ ອີຣັກ ໄດ້ກາຍເປັນເປົ້າໝາຍບຸກໂຈມຕີດ້ວຍລູກຈະຫຼວດ ຫຼາຍສິບລູກ. ກ່ອນໜ້ານັ້ນ ກໍ່ໄດ້ເກີດ ເຫດບຸກໂຈມຕີຫຼາຍຄັ້ງດ້ວຍລູກຈະຫຼວດເລັ່ງໃສ່ພົນທະຫານ, ວົງການນັກການທູດ ແລະ ບັນດາຮາກຖານຂອງ ອາເມລິກາຢູ່ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ