ອາເມລິກາກ່າວເຕືອນສປຊຈະເພີ່ມການລົງໂທດຂຶ້ນເຕື່ມຖ້າຫາກສປປເກົາຫຼີຍິງດາວທຽມ

ອາເມລິກາກ່າວເຕືອນສປຊຈະເພີ່ມການລົງໂທດຂຶ້ນເຕື່ມຖ້າຫາກສປປເກົາຫຼີຍິງດາວທຽມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 02/02, ທ່ານ Daniel Russel ຜູ້​ຊ່ວຍ​ວຽກ​ໃຫ້ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ຖະ​ແຫຼ​ງວ່າ: ​ໃນ​ບໍ່​ວ່າ​ເຫດການ​ຍິງ​ດາວ​ທຽ​ມ​ໃດໆ​ຂອງ ສປປ.​ເກົາຫຼີ ລ້ວນ​ແຕ່​ແມ່ນ​ການ“ລະ​ເມີດຢ່າງ​ຮ້າຍ​ແຮງ” ​ເຖິງພັນທະ​ສາກົນ​ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ, ທ່ານ Russel ​ເນັ້ນ​ໜັກ​ວ່າ: ບັນດາ​ແຜນການ​ຍິງ​ດາວ​ທຽມ​ຂອງ ສປປ.​ເກົາຫຼີ ຈະ​ແມ່ນ​ພື້ນຖານທີ່​ໝັ້ນຄົງ​ກ່ວາ ​ເພື່ອ​​ໃຫ້ສະຫະ​ປະຊາ​ຊາດ ຈັກ​ວາງ​ຄຳ​ສັ່ງ​​ລົງ​ໂທດສຳລັບ ພຽງ​ຢາງ ຢ່າງ​ແຂງ​ກ້າ​ດ້າງ​ກ່ວາ.

        ລັດຖະບານ ຍີ່ປຸ່ນ ​ໄດ້​ເພີ່ມ​​ລະດັບ​ເຕືອນ​ໄພຂຶ້ນ ພາຍຫລັງ​ໄດ້​ຮັບ​ຂ່າວ​ວ່າ: ສປປ.​ເກົາຫຼີ ​ໄດ້​ແຈ້ງ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ກ່ຽວ​ກັບ​ແຜນການ​ຍິງ​ດາວ​ທຽມ. ບັນດາ​ແຫຼ່ງຂ່າວ​ອື່ນໆ​ໃຫ້​ຮູ້​ວ່າ​: ຍີ່ປຸ່ນ ຈະ​ສືບ​ຕໍ່ສຸມ​ກຳລັງ​ ເພື່ອຮັບ​ເອົາ​ຂໍ້​ມູນ​ຂ່າວ ​​ແນ​ໃສ່ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​​ແກ່ປະ​ເທດ.

 

ຂ່າວ/ບົດ​ອື່ນ