ອາເມລິກາຄັດຄ້ານ ການນຳໃຊ້ກຳລັງອາວຸດ ໃນທະເລຕາເວັນອອກ

ອາເມລິກາຄັດຄ້ານ ການນຳໃຊ້ກຳລັງອາວຸດ ໃນທະເລຕາເວັນອອກ - ảnh 1

ກຳ​ປັ່ນ​ຂອງ​ຫວຽດນາມຖືກ​ຍິງ

(ພາບ: nld.com.vn)

(vovworld) -  ກ່ຽວ​ກັບ​ເລື່ອງ ​ເມື່ອ​ວັນ​ທີ 20/3, ກຳ​ປັ່ນ​ຫາ​ປາ​ລຳ 1 ຂອງ​ຊາວ​ປະມົງ​​ແຂວງກວາງ​ຫງາຍ ຫວຽດນາມ ຖືກ​ກຳ​ປັ່ນ​ຂອງ​ຈີນຂັບ​ໄລ່ ​ແລະ ຍິງ​ປືນ​ທຳລາຍ​ຢູ່​ບໍລິ​ເວນຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ຂອງ​ຫວຽດນາມ, ວັນ​ທີ 26/3, ທ່ານ Patric Ventrell ຮັກສາ​ການ​ຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເຫດການ​ນີ້. ທ່ານ Ventrell ​ເນັ້ນໜັກ​ວ່າ: ​ໂດຍ​ແມ່ນ​ປະ​ເທດ​ນອນ​ໃນ​ພາກ​ພື້ນ​ປາຊິ​ຟິກ, ອາ​ເມ​ລິ​ກາ​ ມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ຄວາມ​ເຄົາລົບ​ຕໍ່​ກົດໝາຍ​ສາກົນ, ສິດ​ເສລີ​ການ​ເດີນ​ທະ​ເລ ​ແລະ ການ​ຄ້າ​ອັນ​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ​ ຄັດຄ້ານ​ຢ່າງ​ແຮງ​ການ​ນາບ​ຂູ່ ຫຼື​ນຳ​ໃຊ້​ກຳລັງ​ອາວຸດ, ຫລື​ບັງຄັບ​ຂອງ​ບໍ່​ວ່າ​ຝ່າຍ​ທີ່​ກ່ຽວຂ້ອງ​ໃດໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄຳ​ຮຽກຮ້ອງ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ Ventrell ຊີ້​​ແຈງ​ວ່າ: ​ເຫດການ​ດັ່ງກ່າວສະ​ແດງ​ໃຫ້​ເຫັນຄວາມ​ຈຳ​ເປັນ​ຂອງ​ປະມວນ​ກົດໝາຍ​ກ່ຽວ​ກັບ​ການ​ປະພຶດ​ບົນ​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ສາມາດ​ແກ້​ໄຂ​ບັນດາ​ເຫດການ​ຄ້າຍຄື​ກັນ​ຢ່າງ​ຈະ​ແຈ້ງ ​ແລະ ອີງ​ຕາມ​ກົດໝາຍ.

 

ຂ່າວ/ບົດ​ອື່ນ