ອາເມລິກາຈັດຕັ້ງການເຄື່ອນໄຫວລະນຶກ 14 ປີເຫດການກໍ່ການຮ້າຍ 11/9


   ອາເມລິກາຈັດຕັ້ງການເຄື່ອນໄຫວລະນຶກ 14 ປີເຫດການກໍ່ການຮ້າຍ 11/9 - ảnh 1
ພວກກໍ່​ການ​ຮ້າຍ​ໄດ້​ຈີ້​ເຮືອ​ບິນ​ໂດຍ​ສານ ແລ້ວ​ກໍ​ຕຳ​ໃສ່​ຕຶກ​ແຝດ​ສູນ​ການ​ຄ້າ​ຢູ່​ອາ​ເມ​ລິ​ກາ​ເມື​່ອ​ວັນ​ທີ 11/9/2001

(vovworld)- ວັນ​ທີ 11/9, ອາ​ເມ​ລິ​ກາ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະ​ນຶກ 14 ປີ​ເຫດ​ການກໍ່​ການ​ຮ້າຍ​ທີ່​ສະ​ຫຍົດ​ສະ​ຫຍອງ​ໃນ​ວັນ​ທີ 11/9/2001, ອັນ​ໄດ້​ທຳ​ລາຍ​ຊີ​ວິດ​ຂອງ​ເກືອບ 3000 ຄົນ. ຮຸ່ງ​ເຊົ້າ​ວັນ​ທີ 11/9, ຊາວ​ອາ​ເມ​ລິ​ກາ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ນິວຢອກ ແລະ ​ລັດ ແປນ​ຊີນ​ວາ​ເນຍ ໄດ້​ສະຫຼະ​ເວ​ລາ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ຖືກ​ເສຍ​ຊີ​ວິດ. ກ່ອນ​ໜ້ານັ້ນ, ແຕ່ຫຼາຍມື້​ທີ່​ຜ່ານ​ມາ, ຍາດ​ຕິ​ພີ​ນ້ອງ​ຂອງ​ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊ​າດ Sherwood Island ຢູ່ Connecticus ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ໄດ້​ເສຍ​ຊີ​ວິດ​ຈາກ​ເຫດກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ