ອາເມລິກາຈັດວາງຄຳສັ່ງປັບໄຫມລົງໂທດລັດເຊຍ

ອາເມລິກາຈັດວາງຄຳສັ່ງປັບໄຫມລົງໂທດລັດເຊຍ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​
photo:nguoiduatin.vn


(vovworld)- ກ່າວ​ຄຳ​ເຫັນ​ທີ່​ທຳນຽບຂາວ​ໃນ​ຕອນ​ເຊົ້າ​ວັນ​ທີ 30/7 ຕາມ​ເວລາ​ຫວຽດນາມ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ຢຸດຕິ​ການ​ສົ່ງ​ອອກຜະລິດ​ຕະພັນ ​ແລະ ​ເຕັກ​ໂນ​ໂລ​ຊີ​ພະລັງງານ​ຈຳນວນ​ຫນຶ່ງ​ໄປ​ຍັງ ລັດ​ເຊຍ ພ້ອມ​ທັງ​ປິດ​ລ​້ອມບັນດາ​ບ້ວງສິນ​ເຊື່ອ​ສົ່ງ​ເສີມ​ການ​ສົ່ງ​ອອກ​ໄປ​ຍັງ​ລັດ​ເຊຍ ກໍ​ຄື​ສະຫນອງ​ການ​ເງິນໃຫ້​ແກ່​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ຢູ່​ລັດ​ເຊຍ. ຕາມ​ບັນດາ​ມາດ​ຕະການ​ປັບ​ໄຫ​ມລົງ​ໂທດ ຊື່​ງ ທ່ານ Obama ຫາ​ກໍ​ປະກາດ​ແລ້ວ, ບັນດາ​ບໍລິສັດ ​ແລະ ພົນລະ​ເມືອງ ​ອ​າ​ເມ​ລິ​ກາ ບໍ່​ໄດ້​ອະນຸຍາດ​ສະຫນອງ​ການ​ເງິນ​ໃຫ້​ແກ່​ທະນາຄານ​ໃຫຍ່ 3 ​ແຫ່ງ​ຂອງ​ລັດ​ເຊຍ ນັ້ນ​ແມ່ນ​ທະນາຄານ ມົດ​ສະ​ກູ, ທະນາຄານ​ກະສິກຳ​ລັດ​ເຊຍ ​ແລະ ທະນາຄານ VTB. ບັນດາ​ມາດ​ຕະການ​ປັບ​ໄຫ​ມລົງ​ໂທດ ​ແນ​ໃສ່​ບໍລິສັດ​ໃຫຍ່​ຕໍ່​ກຳ​ປັ່ນ United, ຊື່​ງ​ແມ່ນ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນຊາ​ດຂອງ​ລັດ​ເຊຍ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ມາດ​ຕະການ​ປັບ​ໄຫ​ມລົງ​ໂທດ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ ນັບ​ແຕ່​ເມື່ອ​ ວິ​ກິດ​ການ ຢູ​ແກຼນ ​ເກີດ​ຂຶ້ນ​ມາ​ຮອດ​ປະຈຸ​ບັນ. ທ່ານ​ປະທານາທິບໍດີ Barak Obama ​ໃຫ້​ຮູ້​ວ່າ:         “ອາ​ເມ​ລິ​ກາ ສົມທົບ​ການ​ເຄື່ອນ​ໄຫວ​ຢ່າງ​ແຫນ​້ນ​ແຟ້ນກັບ ​ເອີ​ລົບ,​ ສະ​ນັ້ນ ບັນດາ​ມາດ​ຕະການ​ປັບ​​ໄຫ​ມລົງ​ໂທດ​ທີ່​ປະກາດ​ໃນ​ມື້​ນີ້ ຈະ​ສົ່ງ​ຜົນ​ກະທົບ​ໃຫຍ່​ຫລວງ​ກວ່າ. ​ແລະ ​ຈະ​ເຮັດ​ໃຫ້​ເສດຖະກິດ​ລັດ​ເຊຍ​ນັບ​ມື້​ນັບ​ອ່ອນ​ເພຍ​ລົງ.”

ຂ່າວ/ບົດ​ອື່ນ