ອາເມລິກາ-ຈີນເຫັນດີຮັກສາບັນດາຂໍ້ຕົກລົງຫຼີກລ້ຽງການປະທະກັນບົນທະເລ

ອາເມລິກາ-ຈີນເຫັນດີຮັກສາບັນດາຂໍ້ຕົກລົງຫຼີກລ້ຽງການປະທະກັນບົນທະເລ - ảnh 1
​ ທ່ານ John Richardson ​ແລະ ຄູ່​ຕຳ​ແໜ່​ງ ຈີນ ທ່ານ ອູ໋​ເຊີງ​ລີ
(ພາບ: SCMP)

(vovworld) – ວັນ​ທີ 29/10, ​​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດ ອາ​ເມ​ລິ​ກາທ່ານ​ໜຶ່ງ ​ໃຫ້​ຮູ້​ວ່າ: ຜູ້​ບັນຊາ​ການກອງທັບ​ເຮືອ ອາ​ເມ​ລິ​ກາ, ນາຍ​ພົນ​ເຮືອ​ເອກ ທ່ານ John Richardson ​ແລະ ຄູ່​ຕຳ​ແໜ່​ງ ຈີນ, ​ພົນ​ເຮືອ​ເອກ ທ່ານ ອູ໋​ເຊີງ​ລີ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ຕໍ່​ຄວາມຈຳ​ເປັນ​ຕ້ອງ​ຮັກສາ​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ການ​ທະຫານ​​ເຊິ່ງໄດ້​ຮັບ​ການລົງ​ນາມ ​ ​ແນ​ໃສ່​ຫຼີກລ້ຽງ​ບໍ່​ໃຫ້ເກີດ​ການ​ເຂົ້າ​ໃຈ​ຜິດ​ ເມື່ອ​ກຳລັງ​ກອງທັບ​ເຮືອ 2 ຝ່າຍ​ມີ​ການເຄື່ອນ​ໄຫວ​ໃກ້​ກັນ. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ແລ້ວ, ​ແຜນການ​ກ່ຽວ​ກັບການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຂອງ​ບັນດາກຳ່​ປັ່ນ ອາ​ເມ​ລິ​ກາ ​ແລະ ຈີນ ​​ໃນ​ເດືອນ 11 ​ແລະ 12 ຈະ​ມາ​ເຖິງ, ພ້ອມກັບ​ການ​ຢ້ຽມຢາມ​ຈີນ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງກອງທັບ​ເຮືອ ອາ​ເມ​ລິ​ກາ ໃນ​ 2, 3 ອາທິດຈະ​ມາ​ເຖິງ ຈະ​ດຳ​ເນີນ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ

        ທ່ານ Richardson ​ແລະ ທ່ານ ອູ໋​ເຊີງ​ລີ ມີ​ການ​ປະຊຸມຜ່ານ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດທີ່​ແກ່ຍາວ​​​ເປັນເວລາ 1 ຊົ່ວ​ໂມງກວ່າ ​ພາຍຫລັງ​ກ່ຳ​ປ່ັນສູ້​ຮົບອາ​ເມ​ລິ​ກາ USS Lassen ​ເຂົ້າ​ໃນ​ເຂດ 12 ​ໄມ​ທະ​ເລ​ຢູ່​ອ້ອມ​ເກາະ​ຕ່າງໆ​ໂດຍ​ ຈີນ ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ວັນ​ທີ 27/10.

ຂ່າວ/ບົດ​ອື່ນ