ອາເມລິກາຈັບຕົວ ພົນລະເມືອງເຂົ້າເປັນ ສະມາຊິກ IS


 ອາເມລິກາຈັບຕົວ ພົນລະເມືອງເຂົ້າເປັນ ສະມາຊິກ IS - ảnh 1

​ເປົ້າໝາຍ Mohammed Hamzah Khan

(ພາບ: http://alobacsi.com )

 (vovworld)- ​ ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອາ​ເມ​ລິ​ກາ ​ໄດ້​ຈັບ​ຕົວ​ພົນລະ​ເມືອງ​ຜູ້​ໜຶ່ງ, ອາຍຸ 19 ປີ​ຢູ່​ຈີ​ກາ​ໂກ ຂະນະ​ທີ່​ເປົ້າໝາຍ​ຜູ້​ນີ້​ພວມ​ຊອກ​ຫາ​ວິທີ​ອອກ​ຈາກ​ອາ​ເມ​ລິ​ກາ ​ເພື່ອ​​ເຂົ້າ​ເປັນ​ສະມາຊິກ​ກຳລັງ IS ຢູ່ອີຣັກ ​ແລະ ຊີຣີ. ​ວັນ​ທີ 6/10 ກະຊວງ​ຍຸດຕິ​ທຳ​ອາ​ເມ​ລິ​ກາ ​ປະກາດ​ວ່າ: Mohammed Hamzah Khan ຖືກ​ຈັດ​ຕົວຢູ່ສະໜາມ​ບິນ​ສາກົນ O’Hare ກ່ອນ​ນີ້ 2 ວັນ​ຍ້ອນ​ມີ​ກົນອຸບາຍ​ໜູນ​ຊ່ວຍ​​ອົງການ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ​ອົງການ​ໜຶ່ງ. ຫຼັງ​ຈາກ​ນັ້ນ, ​ເມື່ອ​ກວດຄົ້ນ​ເຮືອນ​ສ່ວນ​ຕົວ​ຂອງ Khan ຢູ່ຊານ​ນະຄອນ Bolingbrook ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ນະຄອນ​ຈີ​ກາ​ໂກ​, ກຳລັງ​ມີໜ້າ​ທີ່​ຮັບຜິດຊອບ​ໄດ້​ຊອກ​ເຫັນ​ຈົດໝາຍ​ຫຼາຍ​ສະບັບ​ຂອງ ​ Khan ແລະ ບຸກ​ຄົນ​ຈຳນວນ​ໜຶ່ງ​ສະ​ແດງ​ການ​ສະໜັບສະໜູນ​ ​ IS ແລະ ບັນດາ​ເອກະສານ​ອື່ນໆ​ເຕື້ອງ​ເຖິງ​ກຳລັງກໍ່​ການ​ຮ້າຍ​ນີ້, ​ໃນ​ນັ້ນມີ​ທັງ​ແຜນການ​ອອກ​ໄປ​ຕ່າງປະ​ເທດ./.

ຂ່າວ/ບົດ​ອື່ນ