ອາເມລິກາຈະບໍ່ຮັບຮູ້ເຂດກວດກາຢູ່ທະເລຕາເວັນອອກ

ອາເມລິກາຈະບໍ່ຮັບຮູ້ເຂດກວດກາຢູ່ທະເລຕາເວັນອອກ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Robert Work
(ພາບ​: Reuters)

(vovworld) - ວັນ​ທີ 30/03, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Robert Work ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ຈະ​ບໍ່​ຮັບ​ຮູ້​ເຂດ​​ກວດ​ກາເຊິ່ງ​ຈີນ ອາດ​ຈະ​ສ້າງ​ຕັ້ງພຽງ​ລຳ​ພັງ​ຝ່າຍ​ດ່ຽວ​ຢູ່​ທະ​ເລ​ຕາ​ເວັນ​ອອກ​. ຕາມທ່ານ Robert Work ແລ້ວ, ບັນ​ດາ​ເຂດ​ຄວບ​ຄຸມນີ້ບໍ່​ອີ່ງ​ໃສ່​ກົດໝາຍ​ສາ​ກົນ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​​ນຳ​ເອົາ​ກ່ຳ​ປັ່ນ ແລະ ເຮືອ​ບິນ​​ເຂົ້າເຄື່ອນ​ໄຫວ​ບໍ່​ວ່າ​ຢູ່ເຂດ​ໃດ​ເຊິ່ງ​ກົດ​ໝາຍ​ສາ​ກົນ​ອະ​ນຸ​ຍາດ. ທ່ານ Robert Work ເນັ້ນ​ໜັກ​ວ່າ, ອາ​ເມ​ລິ​ກາ ​ໄດ້ຖະ​ແຫຼງ​ກັບ​ຈີນ ຢ່າງ​ກົງ​ໄປ​ກົງ​ມາ​ວ່າ ເຂດປ້ອງ​ກັນ​ອາ​ກາດ ​ພາ​ໃຫ້ຂາດ​ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້ນ ແລະ ທຸກໆ​ຄຳ​ຮຽກ​ຮ້ອງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈ​ລະ​ຈາ ຫາກບໍ່​ແມ່ນ​ດ້ານ​ການ​ໃຊ້​ກຳ​ລັງ​ອາ​ວຸດ ຫຼື ນາບ​ຂູ່​. ຖະ​ແຫຼງ​ການ​ຂອງ​ອາ​ເມ​ລິ​ກາ ຖືກ​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່​ທ່ານ​ປະ​ທານ​ປະ​ເທດຈ​ີນ ສື​ຈິນ​ຜິງ ພວມ​ກະ​ກຽມ​ໄປ​ອາ​ເມ​ລິ​ກາ ເພື່ອ​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ນິວ​ເຄຼຍ ເຊິ່ງຈະ​​ດຳ​ເນີນໃນ​ທ້າຍ​ອາ​ທິດນີ້ ແລະ ຄາດ​ວ່າ​ຈະ​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama.

ຂ່າວ/ບົດ​ອື່ນ