ອາເມລິກາຈະສືບຕໍ່ສະຫນັບສະຫນູນຫວຽດນາມບຳບັດມົນລະພິດຈາກດີໂອຊີນຢູ່ສະຫນາມບິນດາຫນັງ

ອາເມລິກາຈະສືບຕໍ່ສະຫນັບສະຫນູນຫວຽດນາມບຳບັດມົນລະພິດຈາກດີໂອຊີນຢູ່ສະຫນາມບິນດາຫນັງ - ảnh 1
ບຳບັດມົນລະພິດດີໂອຊີນຢູ່ສະຫນາມບິນ ດາຫນັງ
ພາບ:internet


(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ ຢູ່ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 15/8, ທ່ານ​ພົນ​ເອກ Martin Dempsey, ປະທານ​ສະພາ​ເສນາ​ທິການ​ໃຫຍ່​ກຳລັງ​ທະຫານ​ປະສົມ ອາ​ເມ​ລິ​ກາ ​ມາ​ຢ້ຽມຢາມ​ລະບົບ​ບຳບັດ​ມົນ​ລະ​ພິດ​ດ້ວຍ​ພະລັງ​ຄວາມ​ຮ້ອນ ຂຶ້ນ​ກັບ​ໂຄງການ​ບຳບັດ​ສິ່ງ​ແວດ​ລ້ອມ​ຖືກ​​ມົນ​ລະ​ພິດ​ດີ​ໂອ​ຊີ​ນ ຢູ່ ສະຫນາມ​ບິນ ດາ​ຫນັງ. ພົນ​ເອກ Martin Dempsey ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ລະດັບ​ຄວາ​ມ​ໄວ​ການ​ຜັນ​ຂະຫຍາຍ​ໂຄງການ​ນີ້ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ກະຊວງ​ປອ້ງກັນ​ປະ​ເທດ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສະຫນັບສະຫນູນ​ຫວຽດນາມ ​ໃນ​ການ​ບຳບັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ດີ​ໂອ​ຊີ​ນຢູ່ ສະຫນາມ​ບິນ ດາ​ຫນັງ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ.

 

 

 

ຂ່າວ/ບົດ​ອື່ນ