ອາເມລິກາຊັ່ງຊາການຖອນທະຫານສ່ວນຫຼາຍອອກຈາກອັບການິດສະຖານ

(VOVWORLD) -ວັນທີ 20 ທັນວາ, ສຳນັກຂ່າວສານ Reuters ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ອາເມລິກາ ໂດຍບໍ່ເຜີຍຊື່ວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ພວມຄິດໄລ່ຊັ່ງຊາຖອນຈຳນວນທະຫານສ່ວນຫຼາຍອອກຈາກອັບການິດສະຖານ.

ນີ້ໄດ້ຮັບຖືວ່າແມ່ນສັນຍານຫຼ້າສຸດທີ່ຊີ້ໃຫ້ເຫັນຄວາມພາກພຽນຂອງທ່ານປະທານາທິບໍດີ D.Trump ສຳລັບສົງຄາມທີ່ແກ່ຍາວທີ່ສຸດຂອງອາເມລິກາ ແລະ ການແຊກແຊງດ້ານການທະຫານຂອງປະເທດນີ້ຢູ່ຕ່າງປະເທດພວມຄ່ອຍໆຫຼຸດລົງ.

        ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ມີທະຫານນັບໝື່ນໆຄົນໃນຈຳນວນທະຫານ 14.000 ຄົນອາດຈະຖືກຖອນກັບຄືນເມືອປະເທດ ພາຍຫຼັງທີ່ທ່ານປະທານາທິບໍດີ D.Trum ຕິກຕອງຢ່າງລະອຽດ.

        ໃນເຫດການທີ່ກ່ຽວຂ້ອງ, ພາຍຫຼັງທີ່ທ່ານປະທານາທິບໍດີ D.Trump ຖະແຫຼງບຸກຕີອົງການ IS ໃຫ້ປະລາໄຊ ຢູ່ຊີຣີ ນັ້ນ, ວັນທີ 20 ທັນວາ, ທຳນຽບ 5 ແຈ ໃຫ້ຮູ້ວ່າ, ກອງທັບອາເມລິກາ ຈະສືບຕໍ່ບັ້ນຮົບບຸກໂຈມຕີທາງອາກາດຢູ່ຊີຣີ ຢ່າງໜ້ອຍສຸດແມ່ນໃນເວລາສັ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ