ອາເມລິກາຊັ່ງຊາບັນດາວິທີການຖ້າຫາກບໍ່ ບັນລຸຂໍ້ຕົກລົງກັບອີຣານ


ອາເມລິກາຊັ່ງຊາບັນດາວິທີການຖ້າຫາກບໍ່ ບັນລຸຂໍ້ຕົກລົງກັບອີຣານ - ảnh 1

(vovworld)- ວັນ​ທີ 22/11, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງ​ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ : ປະ​ເທດນີ້​ຍັງ​ຄົງ​ປາ​ຖະ​ໜາ​ບັນ​ລຸ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ກັບ​ອີ​ຣານ​ກ່ອນ​ກຳ​ນົດ​ສຸດ​ທ້າຍ​ຄື​ວັນ​ທີ 24/11 ແຕ່​ກໍ​ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ວິ​ທີ​ອື່ນໆ. ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ : ຈຸມ​ສຸມ​ຂອງ​ການ​ປຶກ​ສາ​ຫາ​ລື​ຍັງ​ຄົງ​ແມ່ນການ ບັນ​ລຸ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ ແຕ່​ອາ​ເມ​ລິ​ກາ​ຍັງ​ປຶກ​ສາ​ຫາ​ລື​ນັບ​ທັງ​ຢູ່​ພາຍ​ໃນ​ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ທີ່​ດີ​ທີ່​ສຸດ. ຄຳ​ວິ​ຈານ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່​ອີ​ຣານ ແລະ ກຸ່ມ P5 + 1 ຍັງ​ບໍ່​ທັນ​ສາ​ມາດ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ຮອບ​ເຈ​ລະ​ຈາ​​ຕັດ​ສິນ​ຢູ່​ວຽນ​ປະ​ເທດ​ໂອ​ຕະ​ລິດ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ອນ​ກຳ​ນົດ​ສຸດ​ທ້າຍ.

ຂ່າວ/ບົດ​ອື່ນ