ອາເມລິກາຊັບຊ້ອນກຳລັງການທະຫານຢູ່ຍີ່ປຸ່ນຄືນໃໝ່

ອາເມລິກາຊັບຊ້ອນກຳລັງການທະຫານຢູ່ຍີ່ປຸ່ນຄືນໃໝ່ - ảnh 1
(ພາບປະກອບ / Kyodo)

(vovworld) - ​ ວັນ​ທີ 05/01 ກອງທັບ ອາ​ເມ​ລິ​ກາ ປະກາດ​ວ່າ ຈະ​ເລີ່​ມຕົ້ນຊັບຊ້ອນບັນດາ​ເຮືອບິນ​ໃນ​ກຳ່​ປັ່ນ​ເດີນ​ບິນຄືນ​ໃໝ່ ​ແຕ່​ຖານທີ່​ໝັ້ນ​ໜຶ່ງ​ທາງ​ຕາກ​ເວັນ​ຕົກ​ພາກ​ໃຕ້ນະຄອນຫລວງ ​ໂຕ​ກຽວ ​ເຖິງ​ຖານທີ່​ໝັ້ນ​ຢູ່ພາກ​ຕາ​ເວັນ​ຕົກ ຍີ່ປຸ່ນ ​ໃນ​​​ເຄິ່ງທ້າຍປີ 2017 ຕາມ​ແຜນການ​ຊັບຊ້ອນ​ກຳລັງ​ການ​ທະຫານ ອາ​ເມ​ລິ​ກາ ​ຢູ່ ຍີ່ປຸ່ນ ຄືນ​ໃໝ່. ຕາມ​ແຜນການ​ດັ່ງກ່າວ​ແລ້ວ, ​ເຮືອບິນປະມານ 60 ລຳ, ​ໃນ​ນັ້ນ​ມີ​ເຮືອບິນ​ສູ້​ຮົບ F/A-18 ​ແລະ ​ເຮືອບິນ​ເຕືອນ​ໄພ​ກ່ອນ E-2C, ຈະ​ໄດ້ຮັບ​ການ​ເຄື່ອນຍ້າຍ​ຈາກ​ຖານທີ່​ໝັ້ນ Atsugi ຂອງ​ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ຢູ່​ແຂວງ Kanagawa ​ເຖິງ​ຖານທີ່​ໝັ້ນ​ຢູ່ Iwkuni ຂອງ​ກຳລັງທະຫານ​ເຮືອ​ຕີ​ເທິງ​ບົກ ອາ​ເມ​ລິ​ກາ ຢູ່​ແຂວງ Yamaguchi. ​ເລື່ອງ​ເຄື່ອນ​ຍ້າຍ​ນີ້ ຈະ​ແກ້​ໄຂ​ສະພາບອຶກ​ກະ​ທຶກ​ນຶກ​ນັນຢູ່​ຖານ​ທີ່​ໝັ້ນ Atsugi ​ຊຶ່ງ​ນອນ​ໃນ​ເຂດ​ຕົວ​ເມືອງ. ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ​ເລື່ອງ​ຊັບຊ້ອນ​ບັນດາ​ເຮືອບິນ​ດັ່ງກ່າວຄືນ​ໃໝ່ ຈະ​​ສຳ​ເລັດ​ຖືກຕາມ​ຄວາມ​ຄືບ​ໜ້າ ຊຶ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ລັດຖະບານ ອາ​ເມ​ລິ​ກາ ​ແລະ ລັດຖະບານ​ ຍີ່ປຸ່ນ.

 

ຂ່າວ/ບົດ​ອື່ນ