ອາເມລິກາຊົມເຊີຍວິວັດການຂ້າມຜ່ານດ້ານການເມືອງຢູ່ມຽນມາ

ອາເມລິກາຊົມເຊີຍວິວັດການຂ້າມຜ່ານດ້ານການເມືອງຢູ່ມຽນມາ - ảnh 1
(ພາບປະກອບ)

(vovworld) - ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຊົມ​ເຊີຍ​ການ​ເລືອກ​ຕັ້ງ​ລັດຖະບານ​ພົນລະ​ເຮືອນ​ໃໝ່​ຢູ່ ມຽນມາ ​ແມ່ນ​ຂີດ​ໝາຍ​ປະຫວັດສາດຂອງ​ວິວັດທະນາ​ການ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນີ້. ​ ວັນ​ທີ 6/4, ໃນ​ການ​ໂອ້​ລົມ​ທາງ​ໂທລະສັບກັບ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ມຽນມາ ທ່ານ Uhtin Kyaw ນັ້ນ,  ທຳນຽບຂາວ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ທ່ານ Barack Obama ​ໄດ້​ຝາກ​ຄຳ​ອວຍພອນ​ເຖິງ​ການ​ນຳ​ຜູ້​ນີ້, ພ້ອມ​ທັງ​ເໜັ້ນໜັກ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ​ແມ່ນຈະ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ ​ແລະ ລັດຖະບານ ປະ​ເທດ​ນີ້ ​ໃນ​ຄວາມ​ມານະ​ພະຍາຍາມ​ມຸ່ງ​ໄປ​ເຖິງ​ອານາ​ຄົດ​ທີ່​ຮອບດ້ານ, ສັນຕິພາບ ​ແລະ ວັດທະນາ​ຖາວອນ​ກວ່າ. ພາຍຫຼັງ​ໄຊຊະນະ​ຢ່າງ​ຂາດ​ຂັ້ນ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 11/2015 ຜ່ານ​ມາ. ວັນ​ທີ 30/3, ປະທານາທິບໍດີ​ Uhtin Kyaw ​ແລະ ຄະນະ​ລັດຖະບານ​ໃໝ່​ຂອງ ມຽນມາ ​ຈຶ່ງ​ດຳ​ເນີນ​ພິທີ​ສາ​ບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ, ກາຍ​ເປັນ​ອຳນາດ​ການ​ປົກຄອງ​ພົນລະ​ເຮືອນ​ທຳ​ອິດ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພາຍຫຼັງ​ຢູ່​ພາຍ​ໃຕ້ການ​ຊີ້​ນຳນຳພາ​ຂອງ​ກອງທັບ​ມາ​ເປັນ​ເວລາເຄິ່ງກວ່າ​ທົດ​ສະ​ວັດ.

ຂ່າວ/ບົດ​ອື່ນ