ອາເມລິກາຊອກຫາຄູ່ຮ່ວມມືຕື່ມອີກເພື່ອປະຕິບັດຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ

ອາເມລິກາຊອກຫາຄູ່ຮ່ວມມືຕື່ມອີກເພື່ອປະຕິບັດຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ​ກ່າວ​ປາ​ໄສວັນ​ທີ 27/04, ເມື່ອ​ເຕື້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ອາ​ເມ​ລິ​ກາ ພົນ​ເຮືອ​ເອກ John Richardson ໃຫ້​ຮູ້​ວ່າ, ທ່ານ​ຢາກ​ໃຫ້​ສາ​ກົນ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​​ເດີນ​ທະ​ເລ​ຢ່​າງ​ເສ​ລີຢູ່​ທະ​ເລ​ຕາ​ເວັນ​ອອກ​ຫຼາຍກວ່າ. ກ່ອ​ນ​ໜ້ານັ້ນ, ວັນ​ທີ 26/04, ຜູ້​ບັນ​ຊາ​ການກອງ​​ບັນ​ຊາ​ການປາ​ຊີ​ຟິກ ຂອງ​ອາ​ເມ​ລິ​ກາ Harry Harris ກໍ່​ເວົ້າ​ວ່າ, ວໍ​ຊິງ​ຕັນ ອາດ​ຈະ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​​ເດີນ​ທະ​ເລ​ຢ່າງ​ເສ​ລ​ີ​ໃໝ່​ຢ​ູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ. ອຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ ໄດ້​ຖະ​ແຫຼງ​ເປັນ​ຫຼາຍ​ຄັ້ງ​ແລ້ວ​ທີ່​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ ຢ​ູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ເພື່ອ​ຈຸດ​ປະ​ສົງ​ສະ​ແດງ​ຄວ​າມ​ເສ​ລີ​ໃນ​ການ​ໄປ​ມາ​ຢູ່​ເຂດ​ທະ​ເລ​ສາ​ກົນ, ເຊິ່ງສົນ​ທິ​ສັນ​ຍາ​ຂ​ອງ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ໄດ້ອະ​ນຸ​ຍາດ​ ແລະ ນີ້ບໍ່​ແມ່ນ​ການ​ກະ​ທຳ​ເກາະ​ຜິດ​​ຕໍ່ຈີນ. ວໍ​ຊິງ​ຕັນ ກໍ່​ຖື​ວ່າ, ບັນ​ດາ​ການ​​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈ​ລະ​ຈາ ຫາກບໍ່​ແມ່ນບັງ​ຄັບ, ນຳ​ໃຊ້​ກຳ​ລັງອາ​ວຸດ ແລະ ນາບ​ຂູ່.



ຕອບກັບ

ຂ່າວ/ບົດ​ອື່ນ