ອາ​ເມ​ລິ​ກາ​ຍົກ​ລະ​ດັບ​ຄະ​ນະ​ນັກ​​ການທູດ ກ່ຽວ​ກັບ ປາ​ແລັດ​ສະ​ຕິນ

(VOVWORLD) -ຕາມຂໍ້ຕົກລົງສະບັບໃໝ່ແລ້ວ, “ໜ່ວຍງານຮັບຜິດຊອບບັນຫາປາແລັດສະຕິນ (PAU)” ໄດ້ປ່ຽນຊື່ເປັນ “ຫ້ອງວ່າການ ອາເມລິກາ ຮັບຜິດຊອບ ກ່ຽວກັບບັນຫາ ປາແລັດສະຕິນ (OPA)” ແລະ ລາຍງານ ບັນຫາສຳຄັນນີ້ໂດຍກົງໃຫ້ວໍຊິງຕັນ.
ອາ​ເມ​ລິ​ກາ​ຍົກ​ລະ​ດັບ​ຄະ​ນະ​ນັກ​​ການທູດ ກ່ຽວ​ກັບ ປາ​ແລັດ​ສະ​ຕິນ - ảnh 1ທຳນຽບຂາວ ອາເມລິກາ (ພາບ: THX/TTXVN)

ວັນທີ 9 ມິຖຸນາ, ອຳນາດການປົກຄອງ ອາເມລິກາ ໄດ້ຍົກລະດັບຄະນະນັກການທູດ ກ່ຽວກັບປາແລັດສະຕິນ,  ຕ່າວປີ້ນ ຂໍ້ຕົກລົງຂອງທ່ານອະດີດປະທານາທິບໍດີ Donald Trump. ຂໍ້ຕົກລົງໄດ້ຍົກອອກມາກ່ອນການຢ້ຽມຢາມຂົງເຂດນີ້ຂອງທ່ານປະທານາທິບໍດີ Joe Biden ຢູ່ເຂດນີ້ຕາມການການຄາດຄະເນ.

ຕາມຂໍ້ຕົກລົງສະບັບໃໝ່ແລ້ວ, “ໜ່ວຍງານຮັບຜິດຊອບບັນຫາປາແລັດສະຕິນ (PAU)” ໄດ້ປ່ຽນຊື່ເປັນ “ຫ້ອງວ່າການ ອາເມລິກາ ຮັບຜິດຊອບ ກ່ຽວກັບບັນຫາ ປາແລັດສະຕິນ (OPA)” ແລະ ລາຍງານ ບັນຫາສຳຄັນນີ້ໂດຍກົງໃຫ້ວໍຊິງຕັນ.

ກ່ອນທີ່ຈະຖືກຫຼຸດລະດັບລົງມາເປັນ PAU, ຫ້ອງວ່າການນີ້ແມ່ນສະຖານກົງສູນຂອງ ອາເມລິກາ ປະຈຳ Jerusalem. ເມື່ອທ່ານປະທານາທິບໍດີ Donald Trump ຍັງກຳອຳນາດໄດ້ປິດປະຕູສະຖານກົງສູນນີ້ຢ່າງເປັນທາງການ ແລະ ປ່ຽນຫ້ອງວ່າການນີ້ມາເປັນ PAU ຂຶ້ນກັບສະຖານທູດ ອາເມລິກາ ທີ່ໄດ້ຍົກຍ້າຍຈາກ Tel Aviv ໄປຍັງ Jerusalem ເມື່ອປີ 2018.

  ແລະກໍ່ໃນວັນທີ 9 ມິຖຸນາ, ທູດພິເສດຂອງ ກະຊວງການຕ່າງປະເທດ ອາເມລິກາ ທ່ານ Hady Amr ໄດ້ເດີນທາງໄປ Ramallah ເພື່ອພົບປະກັບເຈົ້າໜ້າທີ່ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ