ອາເມລິກາຍົກສູງການພົວພັນກັບອາຊຽນ

ອາເມລິກາຍົກສູງການພົວພັນກັບອາຊຽນ - ảnh 1
ທ່ານ​ນາງ Nina Hachigian
(ພາບ: baotintuc.vn)

(vovworld) – ວັນ​ທີ 3/11, ທ່ານ​ນາງ Nina Hachigian, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ຂອງ ອ​າ​ເມ​ລິ​ກາ ປະ​ຈຳ ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ (ອາ​ຊຽນ), ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ​ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ ຢູ່ Jakarta, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ Nina Hachigian ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ ຖື​ເປັນ​ສຳ​ຄັນ​ການ​ພົ​ວ​ພັນ​ກັບ ອາ​ຊຽນ ແລະ ປາດ​ຖາ​ໜາ​ ອາ​ຊຽນ ເຊື່ອມ​ໂຍງ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ Nina Hachigian ກໍ​ຢືນ​ຢັນ​ວ່າ​: ທ່ານ​ນາງຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຮ່ວມ​ມື​ກັບ ອາຊຽນ, ຄະ​ນະ​ເລ​ຂາ ອາ​ຊ​ຽນ ກໍ່​ຄື​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊ​ຽນ​ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ​ບັນ​ດາ​ການ​ນຳ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (YSEALI) ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ເນັ້ນ​ໜັກ​ເລື່ອງ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ໄດ້​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາກ​ພື້ນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ກ​ານ​ພັດ​ທະ​ນາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ, ກໍ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຄະ​ນະ​ເລ​ຂາ ອາ​ຊຽນ ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊ​ຽນ ແລະ ອາ​ເມ​ລິ​ກາ ໃນ​ການ​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ລວມ, ຮອບ​ດ້ານ, ກຳ​ນົດ​ທິດຫຼັງ​ປີ 2015 ແລະ ໄລ​ຍະ​ຕໍ່​ໄປ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ Nina Hachigian ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ຫວັງ​ວ່າ: ກອງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ອາຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ ​ທີ່ຈະ​ມາ​ເຖິງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ພົວ​ພັນ 2 ຝ່າຍ​ຍິ່ງ​ກ່​ວາ​ອີກ.

 

 



ຂ່າວ/ບົດ​ອື່ນ