ອາ​ເມ​ລິກ​າ​ຍັງ​ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້​ອ​ພະ​ຍາດ Covid – 19 ແລະ ເສຍ​ຊີ​ວິດ​ສູງ​ທີ່​ສຸດ​ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ Worlddometers.info ແລ້ວ, ໄລ່ຮອດ ເວລາ 8 ໂມງເຊົ້າ ຂອງວັນທີ 22 ເມສາ, ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກວ່າ2,55 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດແມ່ນ 177 ພັນຄົນ.
ອາ​ເມ​ລິກ​າ​ຍັງ​ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້​ອ​ພະ​ຍາດ Covid – 19 ແລະ ເສຍ​ຊີ​ວິດ​ສູງ​ທີ່​ສຸດ​ໃນ​ໂລກ - ảnh 1

ພະນັກງານການແພດພວມສົ່ງສົບຜູ້ຕິດເຊື້ອພະຍາດ Covid – 19 ຢູ່ອາເມລິກາ ໃນວັນທີ 8 ເມສາ 2020 (ພາບ: AFP/TTXVN)

ປັດຈຸບັນ, ອາເມລິກາຍັງຄົງແມ່ນປະເທດທີ່ຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງທີ່ສຸດໃນໂລກ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid -19 ຄົນໃໝ່ຕື່ມອີກ 25 ພັນຄົນ ແລະ ມີຜູ້ເສຍຊີວິດກ່ວາ 2.7 ພັນຄົນ.

ພ້ອມກັບອາເມລິກາ, ເອີລົບຍັງແມ່ນຈຸດຮ້ອນເຮັ່ງຂອງ ໂລກລະບາດ Covid-19. ປັດຈຸບັນ ຍອດຈຳນວນຜູ້ຕິດເຊື້ອໃໝ່ຢູ່ບັນດາປະເທດມີການຜັນແປຢ່າງຮ້າຍແຮງ ຄື: ລັດເຊຍ, ອັງກິດ, ຝລັ່ງ, ອີຕາລີ, ແອັດສະປາຍ, ໂຮນລັງ ຍັງສືບຕໍ່ເພີ່ມຂຶ້ນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ສິງກະໂປ ຍັງແມ່ນປະເທດທີ່ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກວ່າໝູ່ດ້ວຍກ່ວາ 9 ພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ