ອາເມລິກາ,ຍິ່ປຸ່ນ,ສ.ເກົາຫຼີ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ
![ອາເມລິກາ,ຍິ່ປຸ່ນ,ສ.ເກົາຫຼີ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_06_01/ttxvn_trieutien.jpg)
ກຳປັ່ນຂອງສ.ເກົາຫຼີ ລາດຕາເວັນຢູ່ມໍ່ກັບເຂດຊາຍແດນບົນທະເລກັບ ສປປ.ເກົາຫຼີ
(ພາບ: Yonhap/TTXVN
(vovworld)- ວັນທີ 31/5, ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ, ຍິ່ປຸ່ນ, ສ.ເກົາຫຼີ ໄດ້ພົບປະກັນເພື່ອແນໃສ່ຊຸກຍູ້ການຮ່ວມມື 3 ຝ່າຍໃນສະພາບການເກີດບັນດາໄພນາບຂູ່ລູກສອນໄຟ ແລະ ນິວເຄຼຍຈາກ ສປປ.ເກົາຫຼີ. ການພົບປະດຳເນີນໄປຢູ່ນອກກອງປະຊຸມ Shangri La 13 ຈັດຂຶ້ນຢູ່ສິງກະໂປ. ລັດຖະມົນຕີ 3 ທ່ານເຫັນດີເປັນເອກະສັນຈະພ້ອມກັນຮ່ວມມືຮັບມືກັບ “ໄພນາບຂູ່ລູກສອນໄຟ ຈາກ ສປປ.ເກົາຫຼີ “ ຂະນະທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແບ່ງປັນຂໍ້ມູນຂ່າວສານໃນຂອບເຂດ 3 ຝ່າຍ. ລັດຖະມົນຕີ 3 ປະເທດ ເຫັນດີເປັນເອກະສັນວ່າ ສປປ.ເກົາຫຼີ ບໍ່ຄວນໄດ້ຮັບການຮັບຮູ້ກາຍເປັນປະເທດກຳມະສິດນິວເຄຼຍ./.