ອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີພິຈາລະນາເພີ່ມທະວີການລົງໂທດສປປ.ເກົາຫຼີ

ອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີພິຈາລະນາເພີ່ມທະວີການລົງໂທດສປປ.ເກົາຫຼີ - ảnh 1
ການທົດລອງລະເບີດ H ຂອງ ສປປ ເກົາຫຼີ
(ພາບປະກອບຈາກ:Sputnik)

(vovworld) – ​ວັນ​ທີ 27/9, ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິກາ ຮັບຜິດຊອບ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ Daniel Russel ​ໃຫ້​ຮູ້​ວ່າ: ປະ​ເທດ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ​ ພວມ​ປຶກ​ສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ແຫຼ່ງລາຍ​ຮັບ​ຂອງ ສປປ ​ເກົາຫຼີ ຈາກ​ການ​ສົ່ງ​ອອກ​ຖ່ານ​ຫີນ ​ແລະ ​ຈຳນວນ​ເງິນສົ່ງມາ​ຈາກ​ຕ່າງປະ​ເທດ, ກໍ່​ຄື​ເລື່ອງ​ເພີ່ມ​ທະວີ​ການ​ກະທຳ​ພາຍຫຼັງ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍຄັ້ງ​ທີ 5 ​ໃນ​ວັນ​ທີ 9/9 ຜ່ານ​ມາ.  ກ່າວ​ຄຳ​ເຫັນ​ໃນ​ວາລະ​ອະພິປາຍ​ຕໍ່ໜ້າ​ອະນຸ​ກຳມະການ​ອາຊີ - ປາຊີ​ຟິກ ຂຶ້ນ​ກັບ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕຳ່, ທ່ານ Daniel Russel ຖື​ວ່າ​ວົງ​ການ​ເຈົ້າ​ໜ້າ​ທີ່ 3 ປະ​ເທດ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ໃນ​ບັນດາ​ບັນຫາ​ຫຼັກ​ແຫຼ່ງ, ລວມມີ​ການ​ສະກັດ​ກັ້ນ​ກາ​ນ​ເຄື່ອນ​ໄຫວ​ຄ້າຂາຍ​ອາວຸດ​ຂອງ ສປປ ​ເກົາຫຼີ ​ແລະ ປິດ​ລ້ອມ​ບັນດາກຳ່​ປັ່ນ​ຂອງ​ປະ​ເທດ​ນີ້. ຕາມ​ທ່ານ Russel ​ແລ້ວ, ບັນດາ​ການ​ປຶກສາ​ຫາລື ກໍ່​ໄດ້​ເຕື້ອງ​ເຖິງ​ຄວາມ​ສາມາດ​ຮັບຮອງ​ເອົາ​ມະຕິ​ລົງ​ໂທດ​ໃໝ່​ຂອງ ສປຊ ​ທີ່​ແນ​ໃສ່ ສປປ ​ເກົາຫຼີ ພາຍຫຼັງ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ດັ່ງກ່າວ, ພ້ອມ​ທັງ​ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ບັນດາ​ຝ່າຍ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ໜຶ່ງ.


ຂ່າວ/ບົດ​ອື່ນ