ອາເມລິກາຍອບຮັບດຳເນີນການບຸກໂຈມຕີທາງອາກາດເຮັດໃຫ້ສາມັນຊົນຢູ່ອີຣັກແລະຊີຣີຖືກເສຍຊີວິດ


ອາເມລິກາຍອບຮັບດຳເນີນການບຸກໂຈມຕີທາງອາກາດເຮັດໃຫ້ສາມັນຊົນຢູ່ອີຣັກແລະຊີຣີຖືກເສຍຊີວິດ - ảnh 1
(ພາບ​ປະ​ກອບ: Reuters)

(vovworld)-​ວັນ​ທີ 22/4, ທຳ​ນຽບ 5 ແຈ່ ໄດ້​ຍອມ​ຮັບ​ວ່າ ອາ​ເມ​ລິ​ກາໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ເພື່ອ​ຕ້ານ​ຄື​ນ​ອົງ​ການ​ລັດ​ອິດ​ສະ​ລາມ IS ຢູ່ ອີ​ຣັກ ແລະ ຊີ​ຣ​ີ ໃນ​ໄລ​ຍະ​ແຕ່​ວັນ​ທີ 10/9/2015-2/2/2016 ໄດ້​ເຮັດ​ໃຫ້​ສາ​ມັນ​ຊົນ 20 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ອີກ 11 ຄົນ​ຖືກ​ບາດ​ເຈັບ. ດ້ວຍ​ການ​ຍອມ​ຮັບ​ຄັ້ງ​ໃຫ​ມ່​ສຸດນີ້, ຈຳ​ນວນ​ສາ​ມັນ​ຊົນ​ຖືກ​ເສຍ​ຊີ​ວິດ​ຍ້ອນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໂດຍ​ອາ​ເມ​ລິກ ກໍ່​ຂຶ້ນ ຢູ່ ອີ​ຣັກ ແລະ​ຊີ​ຣີ ນັບ​ແຕ່​ເດືອນ 8/2014 ແມ່ນ 41 ຄົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ການ​ສັງ​ເກດ​ການ​ຖື​ວ່າ: ຕົວ​ເລກ​ໃນ​ຕົວ​ຈິງ​ອາດ​ຈະ​ສູງກວ່າ.

 

 

 

ຂ່າວ/ບົດ​ອື່ນ