ອາເມລິກາຍູ້ໄວວິວັດການຕ້ອນຮັບຊາວລີ້ໄພໃນປີ2016

ອາເມລິກາຍູ້ໄວວິວັດການຕ້ອນຮັບຊາວລີ້ໄພໃນປີ2016 - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: AFP)

(vovworld) - ວັນ​ທີ 16/06 ທຳນຽບຂາວ​​ໃຫ້​ຮູ້​ວ່າ ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເຊື່ອ​ໝັ້ນ​ວ່າ ອາ​​ເມ​ລິ​ກາ ອາດ​ຈະ​ຕ້ອນຮັບ​ຊາວ​ລີ້​ໄພ​ຫລາຍ​ກ່ວາ​ອີກ​​ໃນ 6 ​ເດືອນ​ທ້າຍປີ 2016 ​ເມື່ອ​ທຽບ​ໃສ່ 6 ​ເດືອນຕົ້ນ​ປີ, ຜ່ານ​ນັ້ນ ອະນຸຍາດ​ໃຫ້ ອາ​ເມ​ລິ​ກາ ປະຕິບັດສຳ​ເລັດ​ຄາດໝາຍ​ຕ້ອນຮັບ​ຊາວ​ລີ້​ໄພ ຊີຣີ ຢ່າງ​ໜ້ອຍ​ສຸດ 10.000 ຄົນ ກ່ອນ​ກຳນົດ​ວັນ​ທີ 30/09. ​ໃນ​ຈົດໝາຍ​ສະບັບ​ໜຶ່ງ​ທີ່​ຝາກ​ເຖິງ ສະມາຊິກ​ສະພາ​ສູງ ທ່ານ Richard Durbin, ທຳນຽບຂາວ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງ ປະທານາທິບໍດີ Barack Obama ​ໄດ້​ເພີ່ມ​ທະວີ​ຊັບພະຍາກອນ​ມະນຸດ ​ແລະ ​ເປີດ​ບັນດາ​ສູນ​ແກ້​ໄຂ​ໜັງສື​ຂໍ​ລີ້​ໄພ​​ຕື່ມ​ອີກຢູ່​ຕາ​ເວັນ​ອອກ​ກາງ ​ເພື່ອ​ຍູ້​ໄວ​ວິວັດ​ການກວດກາ ​ແລະ ພິຈາລະນາ ​ແຕ່ບໍ່​ກໍ່​ຄວາມ​ເສຍ​ຫາຍ​​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ ອາ​ເມ​ລິ​ກາ. ​ໃນ​ກາງ​​ເດືອນ 5 ຜ່ານ​ມາ ພຽງ​ແຕ່​ມີຊາວ ຊີຣີ 1.736 ຄົນ ​ໄດ້​ໄປ ອາ​ເມ​ລິ​ກາ, ​ເກີນ​ທີ່​ໄດ້​ວາງ​ອອກ​ແມ່ນ​ຮັບ​ເອົາ​ຊາວ ລີ້​ໄພ 10.000 ຄົນ​​ໃນ​ປີ​ນີ້.​

ຂ່າວ/ບົດ​ອື່ນ