ອາເມລິກາດັບສູນນັກຮົບຂັ້ນສູງຂອງIS2ຄົນ

ອາເມລິກາດັບສູນນັກຮົບຂັ້ນສູງຂອງIS2ຄົນ - ảnh 1
ທ່ານລັດຖະມົນຕີກະຊວງ
ປ້ອງກັນປະເທດ ອາເມລິກາ  Ashton Carter
(ພາບ: AFP/TTXVN)

(vovworld) - ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ອາ​ເມ​ລິ​ກາ ​ໄດ້​ດັບ​ສູນ​ນັກ​ຮົບ 2 ຄົນຂອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ອີຣັກ ​ໃນ​ຂະນະ​ນັ້ນ​ ທີ່ບັນດາ​ກ​ຳລັງ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ນີ້ ​ເລີ່​ມຕົ້ນ​ການກວດ​ລ້າງ​ພວກອິດສະ​ລາມ​ຫົວ​ຮຸນ​ແຮງຢູ່​ເທດສະບານ​ເມືອງ Rutba ​ແຂວງ Anbar. ວັນ​ທີ 18/05 ​ໂຄສົກ​ຂອງກຳລັງທະຫານ​ປະສົມ​ຕ້ານ IS ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ ພັນ​ເອກ Steve Warren ​ໃຫ້​ຮູ້​ວ່າ: ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ທີ 13/05 ຜ່ານ​ມາ ທີ່​ເລັ່ງ​ໃສ່ຕຶກ​ອາຄານ​​ແຫ່ງ​ໜຶ່ງ ​​ໄດ​້ດັບ​ສູນ Abu Hamza, Abu Safiya ​ແລະ ມື​ປືນ​ທີ 3 ຂອງ IS. Hamza ​ແມ່ນສະມາຊິກ​ເກົ່າ​ຂອງ Al – Qaeda ຢູ່ ອີຣັກ ​ເຊິ່ງ ອາ​ເມ​ລິ​ກາ ຖື​ວ່າ​ນີ້ແມ່ນ​ຜູ້ວາງ​ແຜນການ ​ແລະ ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ພົນລະ​ເມືອງ​ປະ​ເທດ​ນີ້​ໃນ​ບັ້ນ​ຮົບ ອີຣັກ ​ເສລີ. ​ໃນ​ຂະນະ​ນັ້ນ Safiya ​ແມ່ນ​ຜູ້ຮັບຜິດຊອບ​ຈັດ​ຕັ້ງ​ບັນດາການ​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄມີ​ຢູ່ຮ່ອມພູ​ແມ່​ນ້ຳ Euphrates.

ຂ່າວ/ບົດ​ອື່ນ