ອາເມລິກາດັບສູນຫົວໂປ IS ຢູ່ອາບການິດສະຖານ

(VOVWORLD) - ວັນທີ 14 ກໍລະກົດ, ທຳນຽບ 5 ແຈ ແຈ້ງໃຫ້ຊາບວ່າ, ກຳລັງອາເມລິກາ ໄດ້ດັບສູນ Abu Sayed,  ຫົວໂປຂອງອົງການ IS ສາຂາ ອາບການິດສະຖານ.
 
ອາເມລິກາດັບສູນຫົວໂປ IS ຢູ່ອາບການິດສະຖານ - ảnh 1 (ພາບປະກອບ: AFP/ TTXVN)

ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 1 ປີ, ຫົວໂປຂອງກຸ່ມກໍ່ການຮ້າຍດັ່ງກ່າວຢູ່ອາບການິດສະຖານ ຖືກດັບສູນ. ຕາມແຈ້ງການຂອງກະຊວງປ້ອງກັນປະເທດອາເມລິກາ ແລ້ວ, Abu Sayed ຖືກດັບສູນໃນບັ້ນບຸກໂຈມຕີທາງອາກາດ ເມື່ອວັນທີ 11 ກໍລະກົດ, ແນໃສ່ສຳນັກງານຂອງກຸ່ມ IS ແຂວງ Khorasan (IS-K) ຢູ່ແຂວງ Kunar, ທາງທິດຕາເວັນອອກສ່ຽງເໜືອອາບກາກິດສະຖານ. ເຫດບຸກໂຈມຕີ ກໍ່ໄດ້ດັບສູນຫຼານບຸກຄົນທຳສົງຄາມສັກສິດອື່ນ ແລະ ໄດ້ຈຳກັດບັນດາແຜນການເປີດກວ້າງການສົ່ງຜົນສະທ້ອນຢູ່ອາບການິດສະຖານ ຂອງກຸ່ມກໍ່ການຮ້າຍດັ່ງກ່າວຫຼາຍພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ