ອາເມລິກາຕໍ່ກຳນົດເວລາຫ້າມພົນລະເມືອງໄປສປປ.ເກົາຫຼີ

(VOVWORLD) -ຕາມແຈ້ງການທາງເຄືອຂ່າຍອີນເຕີແນັດໃນວັນທີ 30 ສິງຫາ ແລ້ວ, ກະຊວງການຕ່າງປະເທດອາເມລິກາ ຈະຕໍ່ກຳນົດເວລາຫ້າມພົນລະເມືອງຂອງປະເທດນີ້ໄປຍັງສປປ.ເກົາຫຼີ ຕື່ມອີກ 1 ປີ ຈົນຮອດວັນທີ 31 ສິງຫາ 2019.

ອາເມລິກາຕໍ່ກຳນົດເວລາຫ້າມພົນລະເມືອງໄປສປປ.ເກົາຫຼີ - ảnh 1 ອາເມລິກາຕໍ່ກຳນົດເວລາຫ້າມພົນລະເມືອງໄປສປປ.ເກົາຫຼີ

(ພາບປະກອບ: EPA)

ເຖິງວ່າອາເມລິກາ ແລະ ສປປ.ເກົາຫຼີ ໄດ້ມີບັນດາບາດກ້າວເດີນເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຕໍ່ຕາມ, ແຕ່ກະຊວງການຕ່າງປະເທດອາເມລິກາ ກໍ່ໃຫ້ຮູ້ວ່າ, ປະເທດນີ້ຍັງມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງພົນລະເມືອງອາເມລິກາ ຖືກຈັບຕົວ ແລະ ກັກຂັງຍາວນານຢູ່ສປປ.ເກົາຫຼີ.

        ລັດຖະບານອາເມລິກາ ໄດ້ຫ້າມພົນລະເມືອງຂອງປະເທດນີ້ໄປຍັງສປປ.ເກົາຫຼີ ເປັນທາງການນັບແຕ່ວັນທີ 01 ກັນຍາ 2017. ຄຳສັ່ງຫ້າມດັ່ງກ່າວຈະໄດ້ພິຈາລະນາຄືນໃໝ່ພາຍຫຼັງແຕ່ລະປີ.

        ຄຳສັ່ງດັ່ງກ່າວຖືກຍົກອອກມາພາຍຫຼັງມີນັກສຶກສາອາເມລິກາ ທີ່ມີຊື່ວ່າ Otto Warmbier ຖືກຈັບຕົວຢູ່ສປປ.ເກົາຫຼີ ເມື່ອຕົ້ນປີ 2016, ແລະ ເສຍຊີວິດຢູ່ໂຮງໝໍແຫ່ງໜຶ່ງທີ່ນະຄອນ Cincinnati ເກືອບ 1 ອາທິດ ພາຍຫຼັງໄດ້ຮັບການມອບຄືນໃຫ້ອາເມລິກາ ຕົກໃນສະພາບທີ່ບໍ່ຮູ້ສຶກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ