ອາເມລິກາຕັດບ້ວງເງິນອຸປະຖຳທີ່ມີມູນຄ່າ 300 ລ້ານ USD ທີ່ສະຫງວນໃຫ້ປາກິດສະຖານ

(VOVWORLD) -ວັນທີ 01 ກັນຍາ, ທຳນຽບ 5 ແຈ ແຈ້ງວ່າ, ໄດ້ຍົກອອກຂໍ້ຕົກລົງສຸດທ້າຍຍົກເລີກບ້ວງເງິນອຸປະຖຳທີມີມູນຄ່າ 300 ລ້ານ USD ໃຫ້ແກ່ປາກິດສະຖານ

ດ້ວຍສາຍເຫດວ່າ “ປາກິດສະຖານ ຂາດບັນດາການກະທຳແບບຕັດສິນໃນການສະໜັບສະໜູນຍຸດທະສາດອາຊີໃຕ້”. ນີ້ແມ່ນບ້ວງເງິນອຸປະຖຳເຊິ່ງອາເມລິກາ ໄດ້ໂຈະໄວ້ກ່ອນນັ້ນ ຍ້ອນມີບັນດາຄຳກ່າວຫາອຳນາດການປົກຄອງ ອິດສະລາມມາບາດ ບໍ່ມີການກະທຳເພື່ອຮັບມືກັບບັນດາມືປືນທີ່ພ້ອມຊ້ອນຕົວໃນເຂດດິນແດນຂອງປະເທດນີ້.

        ໂຄສົກຂອງທຳນຽບ 5 ແຈ, ພັນຕີ Kone Faulkner ໃຫ້ຮູ້ຕື່ມອີກວ່າ, ທຳນຽບ 5 ແຈ ຈະໃຊ້ຈ່າຍຈຳນວນເງິນດັ່ງກ່າວໃຫ້ບັນດາບຸລິມະສິດທີ່ຮີບດ່ວນອື່ນຖ້າຫາກສະພາແຫ່ງຊາດໄດ້ອະນຸມັດຜ່ານ.

        ນອກຈາກບ້ວງເງິນດັ່ງກ່າວແລ້ວ, ກ່ອນໜ້ານັ້ນ, ອາເມລິກາ ກໍ່ໄດ້ຕັດບ້ວງເງິນທີ່ມີມູນຄ່າ 500 ລ້ານ USD ທີ່ສະຫງວນໃຫ້ປາກິດສະຖານ ໃນຕົ້ນປີ 2018, ອັນໄດ້ຍົກຈຳນວນເງິນອຸປະຖຳຖືກຕັດຂຶ້ນເຖິງ 800 ລ້ານ USD. ຂໍ້ຕົກລົງດັ່ງກ່າວຂອງທຳນຽບ 5 ແຈ ໄດ້ຊີ້ໃຫ້ເຫັນວ່າ, ອາເມລິກາ ຍັງພວມເພີ່ມຄວາມກົດດັນຕໍ່ກົງຈັກປ້ອງກັນຄວາມສະຫງົບຂອງປາກິດສະຖານ ດ້ວຍຄວາມຫວັງວ່າ, ປາກິດສະຖານ ຈະປ່ຽນແປງທ່າທີຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ